ຜູ້ມີສິດເລືອກຕັ້ງທົ່ວປະເທດຕີລາຄາສູງຜົນຂອງກອງປະຊຸມສະໄໝສາມັນເທື່ອທີ2, ສະພາແຫ່ງຊາດຊຸດທີ14


ຜູ້ມີສິດເລືອກຕັ້ງທົ່ວປະເທດຕີລາຄາສູງຜົນຂອງກອງປະຊຸມສະໄໝສາມັນເທື່ອທີ2, ສະພາແຫ່ງຊາດຊຸດທີ14 - ảnh 1
(ພາບປະກອບ)

(vovworld) - ພາຍຫຼັງ​ຕິດຕາມກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ທີ່​ດຳ​ເນີນ​ໃນ​ໄລຍະ​ຜ່ານ​ມາ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຕີ​ລາຄາ​ສູງ​ຄຸນ​ນະພາ​ບຂອງກອງ​ປະຊຸມ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ວາລະ​ຊັກ​​ຖາ​ມ ​ແລະ ຕອບ​ຄຳ​ຊັກ​ຖາມ ກໍ​ຄື​ການ​ໂຕ້​ວາ​ທີ​ຂອງ​ບັນດາສະມາຊິກ​ສະພາ​ແຫ່ງ​ຊາ​ດສຳລັບ​ຜູ້​ຖືກຊັກ​ຖາມ. ຜ່ານ​ໝາກຜົນ​ກອງ​ປະຊຸມ​​ໄດ​້ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕໍ່ສະພາ​ແຫ່ງ​ຊາດ​ຕື່ມ​ອີກ.  ຜູ້​ມີ​ສິດ​ເລືອກ​ຕັ້ງ ​ໂດ້ຫງອກ​ແທງ, ຢູ່​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຂໍ້​ສັງ​ເກດ​ວ່າ.

        “ນີ້​ແມ່ນ​ກອງ​ປະຊຸມ​ບັນລຸ​ປະສິດທິ​ຜົນທີ່​ສຸດ, ກອງ​ປະຊຸມ​ນີ້​ໄດ້​ຮັບຮອງ​ເອົາ​ຫຼາຍ​ເນື້ອ​ໃນ​ສຳຄັນ ທີ່​ກ່ຽວຂ້ອງ​​ໂດຍ​ກົງ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂ​ອງປະຊາຊົນ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ຄື: ຢຸດຕິ​ການ​ກໍ່ສ້າງ​​ໂຄງການ​ໄຟຟ້າ​ນິວ​ເຄຼຍຢູ່​ແຂວງ ນິງທ້ວນ, ຮັບຮອງ​ເອົາ​ດຳລັດ​ກ່ຽວ​ກັບ​ການປະຕິບັດ​ທົ​ດລອງອອກ​​ວີ​ຊາ​​ເອ​ເລກ​ໂຕ​ນິກ​ໃຫ້​ຄົນ​ຕ່າງປະ​ເທດ​​ເຂົ້າ​ເມື​ອງຫວຽດນາມ, ​​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໄສເຊື່ອ​ຖື​ສາສະໜາ… ຂ້າພະ​ເຈົ້າ​ຕີ​ລາຄາ​ສູງບັນດາ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ແລະ ບັນ​ດາ​ສະມາຊິກ​ລັດຖະບານ, ​ແມ່ນ​ໄດ້​ກຳ​ແໜ້ນບັນຫາ ​ແລະ ຕອບ​ຄຳ​ຊັກ​ຖາມ​ຢ່າງ​ລະອຽດ, ມີ​ຄວາມ​ຮັບຜິດຊອບ, ຍອມຮັບຂໍ້​ຂາດ​ຕົກ​ບົດ​ພ່ອງ ​ແລະ ຍົກ​ອອກ​ບັນດາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ເໝາະສົມ. ຂ້າພະ​ເຈົ້າ​ເຫັນ​ວ່າ, ​ໃນກອງ​ປະຊຸມ​ຄັ້ງນີ້, ບັນດາ​ສະມາຊິ​ກສະພາ​ແຫ່ງ​ຊາດ​​ໄດ້ກຳ​​ແໜ້ນຫຼາຍ​ບັນຫາ​ວິຊາ​ສະ​ເພາະ, ​ເສດຖະກິດ, ຊີວິດ​ສັງຄົມ, ສະ​ນັ້ນ​ຈຶ່ງ​ມີ​ການ​​ໂຕ້​ວາທີຢ່າງ​​ແໜ້ນ​ແຟ້ນ”.

        ​ເມື່ອ​ຕິດຕາມ​ບັນດາ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ລັດຖະບານ​ຢູ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ຢາ​ລາຍ ຟານ​ໂຮ່ຢາງ ​ໃຫ້​ຮູ້​ວ່າ:

        “ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງນີ້​ແມ່ນ​ປະຊາທິປະ​ໄຕ, ມີ​ຄວາມ​ຮັບຜິດຊອບ ​ແລະ ກົງ​ໄປ​ກົງ​ມາ​ທີ່​ສຸດ. ພິ​ເສດ​ແມ່ນ​ຈຸດ​ໃໝ່​ໃນ​ວາລະ​ຊັກ​ຖາມ​ຂອງ​ສະພາ​ແຫ່ງ​ຊາດ, ຮູບ​ ​ການ​ຕອບ​ຄຳ​ຊັກ​ຖາມ​ໂດຍ​ກົງ, ສະ​ແດງ​ໃຫ້​ເຫັນ​ບົດບາດຂອງ​ບັນດາ​ຜູ້​ແທນ ກໍ່​ຄື​ຄວາມ​ຮັບຜິດຊອບ​ໃນ​ການ​ຕອບ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ໃນ​ລັດຖະບານ”

        ຜູ້​ມີ​ສິດ​ເລືອກ​ຕັ້ງ​ບັນດາ​ແຂວງ​ທາງ​ພາກ​ກາງ​ຕີ​ລາຄາ​ວ່າ​ກອງ​ປະຊຸມ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ກົງ​ໄປ​ກົງ​ມາ ​ແລະ ​ໄດ້​ຍົກ​ອອກ​ບັນດາ​ມາດ​ຕະການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ຫງວຽນ​ມິ​ງຄວາມຢູ່ ດ່າ​ນັ້ງ ​ມີ​ຄາມ​ປະ​ທັບ​ໃຈ​ຕໍ່​ການ​ບໍລິຫານ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​ ຢູ່​ວາລະ​ປະຊຸມ​ຕ່າງໆ:

        “ຂ້າພະ​ເຈົ້າ​ຖື​ວ່າການ​ບໍລິຫານ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ, ພູມ​ປັນຍາ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ. ທ່ານ​ນາງ​ໄດ້​ສ້າງ​ບັນຍາ​ກາດ​ປະຊາທິປະ​ໄຕ, ​ເສີມ​ຂະຫຍາຍ​ສິດ​ປະຊາທິປະ​ໄຕ ​ແລະ ສິດ​ດຳ​ເນີນ​ຊີວິດ​ດ້ານ​ການ​ເມືອງ​ຂອງ​ປະຊາຊົນ​ໃນ​ກອງ​ປະຊຸມ. ນັ້ນ​ແມ່ນ​ບາດກ້າວ​ໃໝ່​ໃນ​ວິວັດ​ຫັນ​ສັງຄົມ​ຢູ່​ ຫວຽດນາມ​ ເປັນ​ປະຊາທິປະ​ໄຕ“

ຂ່າວ/ບົດ​ອື່ນ