ຜູ້ມີສິດເລືອກຕັ້ງທົ່ວປະເທດມີຄວາມມຸ່ງຫວັງຕໍ່ປະທານສະພາແຫ່ງຊາດຍິງຜູ້ທຳອິດ

ຜູ້ມີສິດເລືອກຕັ້ງທົ່ວປະເທດມີຄວາມມຸ່ງຫວັງຕໍ່ປະທານສະພາແຫ່ງຊາດຍິງຜູ້ທຳອິດ - ảnh 1
(​ທ່ານ​ນາງ ຫງວຽນທິກີ​ມ​ເງິນ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​
ເປັນ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 31/03 ​ໃນວາລະ​ປະຊຸມຢູ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດຊຸດ​ທີ 13, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ເລືອກ​ຕັ້ງທ່າ​ນນາງ ຫງວຽນ​ທິ​ກີ​ມ​ເງິນ ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ​ສູງ. ທ່ານ​ນາງ​ແມ່ນ​ປະທານ​ສະພາ​ແຫ່ງ​ຊາດ​ຍິງຜູ້​ທຳ​ອິດ​ໃນ​ປະຫວັດສາດ​ຂອງສະພາ​ແຫ່ງ​ຊາດ ຫວຽດນາມ, ທັງ​ແມ່ນ​ຜູ້​ທຳ​ອິດທີ່​ປະຕິບັດການສາບານ​ຕົວ​ຮັບ​ດຳລົງ​ຕຳ​ແໜ່​ງຢູ່​ສະພາ​ແຫ່ງ​ຊາດ​ຕາມ​ລັດຖະທຳ​ມະນູນ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​​ເປັນຈຳນວນ​ຫລວງຫລາຍ​ສະ​ແດງ​ຄວາມ​ເບີກບານ​ມ່ວນ​ຊື່​ນ ​ແລະ ຄວາມ​ມຸ່ງ​ຫວັງ​ຕໍ່​ຜູ້ນຳ​ອົງການ​ສິດ​ອຳນາດ​ແຫ່ງ​ລັດ​ສູງ​ສຸດ​ຂອງ ຫວຽດນາມ ຈະປະຕິບັດ​ພາລະ​ໜ້າ​ທີ່​​ເຊິ່ງໄດ້​ຮັບ​ມອບ​ໝາຍ​​ເປັນ​ຢ່າງ​ດີ. ທ່ານ ​ໂງ​ຊວນ​ຈ໋ຽນ ຢູ່​ຮ່າ​ໂນ້ຍ ຖື​ວ່າ: ບໍ່​ພຽງ​ແຕ່​ແມ່ນ​ປະທານ​ສະພາ​ແຫ່ງ​ຊາດ​ຍິງ​ຜູ້​ທຳ​ອິດ​ຂອງ ຫວຽດນາມ ​ເທົ່າ​ນັ້ນ, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ​ຍັງ​ແມ່ນ​​ແມ່ຍິງ​ຜູ້​ທຳ​ອິດ​ທີ່​ດຳລົງ 1 ໃນ​ຈຳນວນ 4 ຕຳ​ແໜ່​ງການ​ນຳ​ສູງສຸດຂອງ​ພັກ ​ແລະ ລັດ ຫວຽດນາມ. ຮູ້ສຶກ​ປະ​ທັບ​ໃຈ​ຕໍ່​ຄຳ​ສາບານ​ຕົວ​ຂ​ອງທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ​ເມື່ອ​ຮັບດຳລົງ​ຕຳ​ແໜ່​ງ, ທ່ານ ​ໂງ​ຊວນ​ຈ໋ຽນ ​ແບ່ງປັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ມີ​ຄວາມເບີກບານ​ມ່ວນ​ຊື່ນ, ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດ ​ແລະ ມີ​ຄວາມ​ມຸ່ງ​ຫວັງ​ວ່າ ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ຈະ​ຊີ້​ນຳ​ນຳພາ​ອົງການ​ນິຕິບັນຍັດຂອງ ຫວຽດນາມ ​ເພື່ອທຽບ​ທັນກັບ​ບັນດາ​ປະ​ເທດມະຫາ​ອຳນາດ​ໃນ​ໂລກ. ຫວັງ​ວ່າ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດຈະ​ຮັບ​ຟັງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ​ແນວ​ຄິດ​ຈິດ​ໃຈ​ຂອງ​ປະຊາຊົນກ່ຽວ​ກັບ​ສະພາບ​ການ​ເຄັ່ງຮ້ອນ​​ໃນປະຈຸ​ບັນ, ມີ​ບັນດາ​ບັນຫາ​ເຄັ່ງຮ້ອນ​ຄື: ທີ່​ດິນ, ​ເຮືອນ​ຊານ, ການ​ກໍ່ສ້າງ, ຄົມມະນາຄົມ, ການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫວັງ​ວ່າ: ​ໃນກອງ​ປະຊຸມ​ສະ​ໄໝ​ສາມັນ​ຈະ​ມາ​ເຖິງ​ຂອງ​ສະພາ​​ແຫ່ງ​ຊາດ ຫວຽດນາມ ຈະ​ມີ​ບັນດາລັດຖະນະ​ໂຍບາຍ​ໃໝ່ ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ໂລກ​ໃນ​ປະຈຸ​ບັນ, ຕ້ອງ​ເຮັດ​ແນວ​ໃດ ​ເພື່ອ​ປົ​ກປັກ​ຮັກສາ​ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ​ ​ແລະ ໝູ່​ເກາະຂອງ ຫວຽດນາມ”.

        ສ່ວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເລ​ທິຮ່ຽນນີງ ຢູ່​ຮ່າ​ໂນ້ຍ ຖື​ວ່າ: ​ເລື່ອງ​ທ່ານ​ນາງ ຫງວຽນທິກີ​ມ​ເງິນ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແມ່ນ​ໝາກຜົນ​ທີ່ສົມ​ເປັນ ​ເພາະວ່າ​ໃນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ 2 ​ເທື່ອຢູ່​ສະພາ​ແຫ່ງ​ຊາດ, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ລ້ວນ​ແຕ່​ນຳ​ໜ້າ​ບັນຊີ​ລາຍ​ຊື່​ດ້ວຍ​ຄວາມ​ໄວ້​ວາງ​ໃຈ​ສູງ.

        ​ກ່ຽວຂ້ອງ​ເຖິງ​ໝາກຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 31/03, ສື່​ມວນ​ຊົນ​ໃຫຍ່​ບາງ​ແຫ່ງຂອງ ຍີ່ປຸ່ນ ຄື: Kyodo, Sankei…​ໃຫ້​ຂ່າວ​ວ່າ ທ່ານ​ນາງ​ ຫງວຽນ​ທິກີ​ມ​ເງິນ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ​ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ. ບັນດາ​ສື່​ມວນ​ຊົນ ຍີ່ປຸ່ນ ຖື​ວ່າ: ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ​ແມ່ນ​ປະທານ​ສະພາ​ແຫ່ງ​ຊາດ​ຍິງ​ຜູ້ທຳ​ອິດ​ຂອງ ຫວຽດນາມ. ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ນຳ​ສູງ​ສຸດ​ຂອງ ຫວຽດນາມ ພ້ອມ​ກັບ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ແລ​ະ ນາຍົກລັດຖະມົນ​ຕີ.

 

ຂ່າວ/ບົດ​ອື່ນ