ຜູ້ມີສິດເລືອກຕັ້ງຢູ່ ກຳປູເຈຍ ເລີ່ມຕົ້ນການໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII

(VOVWORLD) -ເວລາ ແຕ່ 7 ໂມງເຊົ້າຂອງວັນທີ 23 ກໍລະກົດ, ທັງໝົດ 23.789 ສະຖານທີ່ປ່ອນບັດເລືອກຕັ້ງຢູ່ ກຳປູເຈຍ ໄດ້ເລີ່ມຕົ້ນເປີດປະຕູຕ້ອນຮັບຜູ້ມີສິດເລືອກຕັ້ງເຂົ້າປ່ອນບັດເລືອກຕັ້ງ. ການເລືອກຕັ້ງແມ່ນເພື່ອແນໃສ່ເລືອກຕັ້ງສະມາຊິກສະພາແຫ່ງຊາດກຳປູເຈຍ 125 ທ່ານ.

ຜູ້ມີສິດເລືອກຕັ້ງຢູ່ ກຳປູເຈຍ ເລີ່ມຕົ້ນການໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII - ảnh 1ທ່ານ Samdech Techo Hun Sen ປະທານພັກປະຊາຊົນ ກຳປູເຈຍ ປ່ອນບັດຢູ່ ນະຄອນ Ta Khmao, ແຂວງ Kandal. ພາບ: freshnewsasia

ໃນຈຳນວນ 18 ພັກການເມືອງ ເຂົ້າຮ່ວມການແຂ່ງຂັນຢູ່ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ VII ຢູ່ ກຳປູເຈຍ ຄັ້ງນີ້, ມີ 17 ພັກການເມືອງ ຈະແກ້ງແຍ່ງກັບພັກປະຊາຊົນ ກຳປູເຈຍ  CPP ກຳອຳນາດ.

ການເຄື່ອນໄຫວປ່ອນບັດເລືອກຕັ້ງຈະສິ້ນສຸດໃນເວລາ 15 ໂມງຂອງວັນທີ 23 ກໍລະກົດ. ພາຍຫລັງສິ້ນສຸດການປ່ອນບັດເລືອກຕັ້ງ, ບັນດາສະຖານທີ່ປ່ອນບັດຈະປ່ຽນເປັນບ່ອນ ໄດ້ປະກາດແຕ່ຕອນຄ່ຳຂອງວັນດຽວກັນຮອດ 8 ໂມງເຊົ້າມື້ຕໍ່ໄປຜ່ານພາຫະນະສື່ມວນຊົນຂອງໂທລະພາບ, ວິທະຍຸ, ສຳນັກຂ່າວສານ ກຳປູເຈຍ ແລະ ເຄືອຂ່າຍສື່ສານຂອງ NEC.

ຕອບກັບ

ຂ່າວ/ບົດ​ອື່ນ