ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ຢູ່​ເຂດ​ຝັ່ງ​ຕາ​ເວ​ັນອອກ ອາ​ເມ​ລິ​ກາ ​ເລີ່​ມ​ເຄື່ອນ​ໄຫວວັນ “Super Tuesday” ຂອງ​ການ​​ເລືອກ​ຕັ້ງຂອງອາ​ເມ​ລິ​ກາ​ໃນ​ປີ 2020

(VOVWORLD) -ໝາກຜົນຂອງການປ່ອນບັດໃນເບື້ອງຕົ້ນໄດ້ຊີ້ໃຫ້ເຫັນວ່າ ທ່ານອະດີດຮອງປະທານາທິບໍດີ Joe Biden ຍາດໄດ້ໄຊຊະນະຢູ່ລັດ Virginia, Carolina ເໜືອ ແລະ Alabama...
ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ຢູ່​ເຂດ​ຝັ່ງ​ຕາ​ເວ​ັນອອກ ອາ​ເມ​ລິ​ກາ ​ເລີ່​ມ​ເຄື່ອນ​ໄຫວວັນ “Super Tuesday” ຂອງ​ການ​​ເລືອກ​ຕັ້ງຂອງອາ​ເມ​ລິ​ກາ​ໃນ​ປີ 2020 - ảnh 1ທ່ານ Bernie Sanders ສະມາຊິກສະພາສູງລັດ Vermont  (ພາບ: TTXVN)

        ວັນທີ 03 ມີນາ, ພາຍຫຼັງບັນດາສະຖານທີ່ປ່ອນບັດຕ່າງໆຢູ່ເຂດຝັ່ງຕາເວັນອອກ ປະເທດ ອາເມລິກາ ເປີດປະຕູຕ້ອນຮັບຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດເລືອກຕັ້ງຂັ້ນເບື້ອງຕົ້ນ ໄດ້ພຽງແຕ່ 2 - 3 ຊົ່ວໂມງ ໃນວັນ “Super Tuesday” ໃນຂອບເຂດການເລືອກຕັ້ງປະທານາທິບໍດີ ອາເມລິກາ 2020 , ໝາກຜົນຂອງການປ່ອນບັດໃນເບື້ອງຕົ້ນໄດ້ຊີ້ໃຫ້ເຫັນວ່າ ທ່ານອະດີດຮອງປະທານາທິບໍດີ Joe Biden ຍາດໄດ້ໄຊຊະນະຢູ່ລັດ Virginia, Carolina ເໜືອ ແລະ Alabama, ໃນຂະນະທີ່ທ່ານ Bernie Sanders ສະມາຊິກສະພາສູງລັດ Vermont ພັດຍາດໄດ້ໄຊຊະນະຢູ່ລັດດັ່ງກ່າວ ໃນຈໍານວນລັດທັງໝົດ 14 ແຫ່ງ ທີ່ດໍາເນີນການປ່ອນບັດເລືອກຕັ້ງຜູ້ສະໝັກເປັນປະທານາທິບໍດີຂອງພັກປະຊາທິປະໄຕໃນວັນປ່ອນບັດເລືອກຕັ້ງໃນວັນ “Super Tuesday”. ສ່ວນທ່ານ Michael Blomberg ອະດີດເຈົ້າຄອງນະຄອນ New York ຍາດໄດ້ໄຊຊະນະໃນເຂດດິນແດນ Samoa.

        ພາຍຫຼງການປ່ອນບັດໃນວັນ “Super Tuesday”, ການປ່ອນບັດເລືອກຕັ້ງຂອງພັກປະຊາທິໄຕ ຈະສືບຕໍ່ໄດ້ຈັດຂຶ້ນຢູ່ລັດຕ່າງໆ ໃນທົ່ວປະເທດ ອາເມລິກາ ຈົນຮອດທ້າຍເດືອນມິຖຸນາ ກ່ອນທີ່ດໍາເນີນ ກອງປະຊຸມໃຫຍ່ທົ່ວປະເທດຂອງພັກປະຊາທິປະໄຕ ເຊິ່ງຈະຖືກຈັດຂຶ້ນໃນລະຫວ່າງວັນທີ 13 – 16 ກໍລະກົດ ຢູ່ນະຄອນ Milwaukee.


ຕອບກັບ

ຂ່າວ/ບົດ​ອື່ນ