ຜູ້ມີສິດເລືອກຕັ້ງສະໜັບສະໜູນແຜນນະໂຍບາຍຕໍ່ສູ້ປັກປັກຮັກສາອະທິປະໄຕຜືນແຜ່ນດິນຂອງພັກ ແລະ ລັດ

ຜູ້ມີສິດເລືອກຕັ້ງສະໜັບສະໜູນແຜນນະໂຍບາຍຕໍ່ສູ້ປັກປັກຮັກສາອະທິປະໄຕຜືນແຜ່ນດິນຂອງພັກ ແລະ ລັດ - ảnh 1
ທ່ານ ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ, ສ.ສ.ຊ ນະຄອນ​ເກີນ​ເທີ ​ໄດ້​ມີ​ການ​ພົບ​ປະ​ກັບ ຜູ້​ມີ​ສິດ​ເລືອກ​ຕັ້ງກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 9

(vovworld)- ​ໂດຍ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ພາຍຫຼັງ​ກອງ​ປະຊຸມ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 25/6, ທີ່​ກອງ​ບັນຊາ​ການ​ທະຫານ​ເຂດ 9 , ທ່ານ ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ, ສ.ສ.ຊ ນະຄອນ​ເກີນ​ເທີ ​ໄດ້​ມີ​ການ​ພົບ​ປະ​ກັບ ຜູ້​ມີ​ສິດ​ເລືອກ​ຕັ້ງກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 9 . ທີ່​ການ​ພົບ​ປະ, ບັນດາ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ທີ່​ກອງ​ປະຊຸມ​ເທື່ອ​ນີ້, ພິ​ເສດ​ແມ່ນ​ແຈ້ງ​ການ​ຖະ​ແຫຼ​ງຫຼັກ​ໝັນ​ອັນ​ເປັນ​ທຳ​ຂອງ​ຫວຽດນາມ​ກ່ຽວ​ກັບ​ອະທິປະ​ໄຕ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ. ບັນດາ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ສະ​ເໜີ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ຈົ່ງ​ມີ​ມາດ​ຕະການ​ຕ່າງໆ​ທີ່​ແຂງ​ແຮງ​ກວ່າ​ອີກ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ; ຍູ້​ແຮງ​ວຽກ​ງານ​ສ້າງ​ຊົນນະບົດ​ໃໝ່. ກ່ຽວ​ກັບ​ບັນຫາ​ທ​ະ​ເລ​ຕາ​ເວັນ​ອອກ, ບັນດາຜູ້​ມີ​ສິດ​ເລືອກ​ຕັ້ງຖື​ວ່າ ຄວນ​ຕີ​ລາຄາ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ທາດ​ແທ້​ຂອງ​ຈີນ​​ເພື່ອ​ວາງ​ວິທີ​ການ​ປະພຶດ​ທີ່​ເໝາະ​ສົມ.

ຂ່າວ/ບົດ​ອື່ນ