ຜູ້ມີສິດເລືອກຕັ້ງອາ​ເມ​ລິ​ກາ ໄປປ່ອນບັດເລືອກຕັ້ງປະທານາທິບໍດີບັນລຸຕົວເລກສະຖິຕິກວ່າ 80 ລ້ານຄົນ

(VOVWORLD) -ອັດຕາປ່ອນບັດປີ 2020 ຄາດວ່າຈະລື່ນກາຍຕົວເລກຜູ້ມີສິດເລືອກຕັ້ງ 138 ລ້ານຄົນຂອງປີ 2016 ຢ່າງງ່າຍດາຍ.
ຜູ້ມີສິດເລືອກຕັ້ງອາ​ເມ​ລິ​ກາ ໄປປ່ອນບັດເລືອກຕັ້ງປະທານາທິບໍດີບັນລຸຕົວເລກສະຖິຕິກວ່າ 80 ລ້ານຄົນ - ảnh 1(ພາບປະກອບ: Getty)

ຜູ້ມີສິດເລືອກຕັ້ງອາເມລິກາ ໄປປ່ອນບັດເລືອກຕັ້ງປະທານາທິບໍດີກ່ອນກຳນົດເວລາ ແມ່ນກວ່າ 80 ລ້ານຄົນ, ເຊິ່ງເຮັດໃຫ້ອັດຕາການໄປປ່ອນບັດເລືອກຕັ້ງປີ 2020 ໄດ້ຮັບການຄາດຄະເນວ່າສູງທີ່ສຸດໃນຮອບເວລາ 1 ສະຕະວັດຜ່ານມາ.

        ຕາມການສະຖິຕິຂອງໂຄງການເລືອກຕັ້ງອາເມລິກາ ຂຶ້ນກັບມະຫາວິທະຍາໄລ Florida ໄດ້ສະແດງໃຫ້ເຫັນວ່າ ມາຮອດປະຈຸບັນ, ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດກ່ອນກຳນົດເວລາແມ່ນເທົ່າກັບ 58% ຈຳນວນບັດເລືອກຕັ້ງໃນການເລືອກຕັ້ງເມື່ອປີ 2016.

        ອັດຕາປ່ອນບັດປີ 2020 ຄາດວ່າຈະລື່ນກາຍຕົວເລກຜູ້ມີສິດເລືອກຕັ້ງ 138 ລ້ານຄົນຂອງປີ 2016 ຢ່າງງ່າຍດາຍ. ຕາມຕົວເລກຈາກ 20 ລັດທີ່ລາຍງານກ່ຽວກັບຂໍ້ມູນຈົດທະບຽນພັກ, ຜູ້ມີສິດເລືອກຕັ້ງພັກປະຊາທິປະໄຕໄດ້ໄປປ່ອນບັດແມ່ນ 18,2 ລ້ານຄົນ, ໃນຂະນະທີ່ຝ່າຍພັກສາທາລະນະແມ່ນ 11,5 ລ້ານຄົນ ແລະ ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດແຕ່ບໍ່ຈົດທະບຽນພັກແມ່ນ 8,8 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ