ຜູ້ມີສິດເລືອກຕັ້ງເຊື່ອໝັ້ນຕໍ່ໝາກຜົນຂອງກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຊຸດທີ 13

ຜູ້ມີສິດເລືອກຕັ້ງເຊື່ອໝັ້ນຕໍ່ໝາກຜົນຂອງກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຊຸດທີ 13 - ảnh 1
ຜູ້ມີສິດເລືອກຕັ້ງເຊື່ອໝັ້ນຕໍ່ໝາກຜົນຂອງກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຊຸດທີ 13
(ພາບ​ປະ​ກອບ)

(vovworld) - ກອງປະ​ຊຸມ​ຄັ້ງ​ທີ 11 ແມ່ນກອງ​ປະ​ຊຸມ​ສຸດ​ທ້າຍ​ຂອງ​ສະ​ພາ​ແຫ່ງ​ຊາ​ດ​ຊຸດ​ທີ 13 ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ດີ​ງາມ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ຄົນ​ໄດ້​ສະ​ແດງ​ຄວາມ​​ສົນໃຈ​​ຕໍ່ໝາກ​ຜົນ​ຂອງກອງ​ປະ​ຊຸມ. ຜູ້​ມີ​ສິດ​ເລືອກ​ຕັ້ງ ໂດ້​ວັນ​ຮຸ່ງ, ຢູ່​ເທດ​ສະ​ບານ ຢາ​ເຫງັ້ຍ, ແຂວງ ດັກ​ນົງ ໃຫ້​ຮູ້​ວ່າ.

        “ຜູ​້​ມີ​ສິດ​ເລືອກ​ຕັ້ງ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມກອງ​ປະ​ຊຸມ​ຄັ້ງ​ທີ 11 ຢ່າງ​ໃກ້​ຊິດ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ນັ້ນແມ່ນ ສະ​ພາ​ແຫ່ງ​ຊາດ​ໄດ້​ບຸ​ລະ​ນະບຸກ​ຄະ​ລາ​ກອນ​​ຂັ້ນ​ສູງ​ຂອງ​ລັດ. ພວກ​ຂ້າ​ພະ​ເຈົ້າ​ສະ​ໜັບ​ສະ​ໜູນ ແລະ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ການ​ເຮັດ​ວຽກ​ຂອງກອງ​ປະ​ຊຸມ​ນີ້ ກໍ​ຄື​ຮັບ​ຮູ້​ອາ​ຍຸ​ການ ດ້ວຍ​ບັນ​ດາ​ວຽກ​ງານ​ສຳ​ຄັນ​ຍິງ​ ​ເຊິ່ງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເຮັດ​ໄດ້. ກ່ຽວ​ກັບ​ບັນ​ດາບ​ຸກ​ຄະ​ລາ​ກອນ​ຂັ້ນ​ສ​ູງ, ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ຕໍ່​ການ​ເລືອກ​ຕັ້ງ ແລະ ມອບ​​ໝາຍໜ້າ​ທີ່​ຂອງ​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຖືກ​ຕ​້ອງ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ, ບັນ​ດາ​ການ​ນຳ​ໃໝ່​ຈະ​ມີບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ​ຢ່າງ​ຖືກ​ຕ້ອງ, ນຳ​ປະ​ເທດ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາກວ່າ​ອີກ; ​ເດັດ​ດຽວ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ກ່ຽວ​ກັບ​ການ​ຕ່າງ​ປະ​ເທດ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາດ​ຖະ​ໜາ​ຢາກ​ແກ້​ໄຂ​ສະ​ພາບ​ການ​ທະ​ເລ​ຕາ​ເວັນ​ອອກ​ໃຫ້​ສຳ​ເລັດ”.

        ສ່ວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຟ້າມ​ວັນ​ຕື, ຢູ່ ເມືອງ ຮ່​ວາງ​ມາຍ, ຮ່າ​ໂນ້ຍ ເຊື່ອ​ໝັ້ນ​ວ່າ.

        “ຜ່ານ​ການ​ຕິດ​ຕາມກອງ​ປະ​ຊຸມ​ຂອງ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ນີ້, ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ວຽກ​ງານ​ບຸກ​ຄະ​ລາ​ກອນ​ໄດ້​ຮັບ​ການ​ແກ້​ໄຂ​ເປັນ​ຢ່າງ​ດີ. ບັນ​ດາ​ການ​ກຳ​ນົດ​ທິດ, ບົດ​ກ່າ​ວ​ປາ​ໄສ ຢ່າງ​ກົງ​ໄປ​ກົງ​ມາກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ປະ​ທານ​ປະ​ເທດ, ປະ​ທານ​ສະ​ພາ​ແຫ່ງ​ຊາດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແມ່ນຈະ​ແຈ້ງ​ທີ່​ສຸດ, ​ອັນ​ໄດ້ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ​້​ປະ​ຊາ​ຊົນ, ເປັນ​ພື້ນ​​ຖານ​ເຄື່ອນ​ໄຫວ​ໃນ​ອະ​ນາ​ຄົດ”.

ຂ່າວ/ບົດ​ອື່ນ