ຜູ້ມີສິດເລືອກຕັ້ງເຫັນດີ ກັບຫຼັກໝັ້ນຂອງສະພາ ແຫ່ງຊາດກ່ຽວກັບ ທະເລຕາເວັນອອກ

ຜູ້ມີສິດເລືອກຕັ້ງເຫັນດີ ກັບຫຼັກໝັ້ນຂອງສະພາ ແຫ່ງຊາດກ່ຽວກັບ ທະເລຕາເວັນອອກ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ)

(vovworld) –  ທີ່​ກອງ​ປະຊຸມ​ສະ​​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ອອກ​ແຈ້ງ​ການ​ຢືນຢັນ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາ​ະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ແມ່ນ​ລະ​ເມີດ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ, ສິດ​ອຳນາດ​ສານ​ຂອງ​ຫວຽດນາມ ຢ່າງ​ຮ້າຍ​ແຮງ. ສະພາ​ແຫ່ງ​ຊາດ​ກໍ່​ຮຽກຮ້ອງ​​ໃຫ້​ປະຊາຊົນ, ນັກຮົບ ​ແລະ ຊາວ​ຫວຽດນາມ ທັງ​ຢູ່​ພາຍ​ໃນ ​ແລະ ພວມອ​າ​ໄສ​ຢູ່​ຕ່າງປະ​ເທດ ຕັດສິນ​ໃຈ​ຄັດ​ຄ້ານ​ບັນດາ​ການລ່ວງ​ລ້ຳ, ຜິດພາດຂອງ​ຝ່າຍ​ຈີນ. ​ໃນ​ບົດ​ກ່າວ​ປາ​ໄສ​ກ່ອນ​ທີ່​ອັດ​ກອງ​ປະຊຸມ ​ເມື່ອ​ວັນ​ທີ 24/06 ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເມື່ອ​ເຕື້ອງ​ເຖິງ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໄດ້ຊີ້​ແຈ້ງ​ຫຼັກ​ໝັ້ນ, ທັດສະນະ​ຂອງ​ຫວຽດນາມ. ທ່ານ​ຮ່າ​ແທງ​ຊວນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ​ອຽນ​ບ໋າ​ຍ ຖື​ວ່າ.

        “ສະພາ​ແຫ​່ງຊາດ​ໄດ້​ເນັ້ນ​ໜັກ​​ເຖິງຄວາມ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາຂອງ​ປະ​ເທດ​ຊາດ. ພວກ​ຂ້າພະ​ເຈົ້າ​ເຫັນ​ດີ, ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກສາ​ເຂດ​ທະ​ເລ, ໝູ່​ເກາະ​ທີ​່ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.”

        ສ່ວນ​ທ່ານ ຟ້າ​ມວັນ​ສິ໋ງ, ຜູ້​ມີ​ສິດ​ເລື່ອງ​ຕັ້ງນະຄອນ ບວນ​ເມ​ທວດ, ​ແຂວງ ດັກລັກ ​ໃຫ້​ຮູ້​ວ່າ.

      “ພວກ​ຂ້າພະ​ເຈົ້າ​ເຫັນ​ດີ ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ຕໍ່​ການ​ແກ້​ໄຂ​​ໂດຍສັນຕິພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ​ບັນດາ​ການ​ນຳ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ທີ່​ໄດ້​ຖະ​ແຫຼງ. ມີ​ຫຼາຍຄຳ​ເຫັນຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຍົກ​ອອກ​ມາ​ກ່ຽວ​ກັບ​ສະພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຂ້າພະ​ເຈົ້າ​ຄິດ​ວ່າ, ການ​ນຳ​ພັກ, ລັດ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຄຳ​ເຫັນ​ທີ່​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເພື່ອ​ເຮັດ​ແນວ​ໃດ ຫວຽດນາມ ທັງ​ພັດທະນາ​ເສດຖະກິດ, ທັງ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ”.

ຂ່າວ/ບົດ​ອື່ນ