ຜູ້ມີສິດເລືອກຕັ້ງເຫັນດີເຫັນພ້ອມກັບແຜນການພັດທະນເສດຖະກິດສັງຄົມ2016

ຜູ້ມີສິດເລືອກຕັ້ງເຫັນດີເຫັນພ້ອມກັບແຜນການພັດທະນເສດຖະກິດສັງຄົມ2016 - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 10/11, ບັນດາ​ສະມາຊິກ​ສະພາ​ແຫ່ງຊາດ​ເຂົ້າຮ່ວມກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ10, ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຊຸດ​ທີ 13, ​ໄດ້ລົງ​ປະຊາ​ມະຕິ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມປີ 2016 ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິ​ບັດ​ການ​ຄຸ້​ມຄອງ​ນຳ​ໃຊ້​ທີ່​ດິນ​ຢູ່​ບັນດາ​ນິຄົມ​ກະ​ເສດ, ນິຄົ​ມປ່າ​ໄມ້​ແຫ່ງ​ລັດ​​ໄລຍະ 2004 – 2014. ກອງ​ປ​ະຊຸມ​ໄດ້​ຮັບ​ການຖ່າຍ​ທອດ​ສົດຜ່ານ​ຄື້ນ​ວິ​ທະ​ຍຸ​ກະຈາຍສຽງ ​ແລະ ​ໂທລະພາບ, ວາລະ​ປະຊຸມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກຕັ້ງ​ໃນ​ທົ່ວ​ປະ​ເທດ. ນາງ ຫງວຽນ​ຖຸຍ​ລວາ​ນ, ຜູ້​ມີ​ສິດ​ເລື​ອກຕັ້ງຢູ່​ນະຄອນອຽນ​ບ໋າ​ຍ ​ໃຫ້​ຮູ້​ວ່າ.

      “ຕາມ​ຂ້າພະ​ເຈົ້າ​ແລ້ວ, ບັນ​ດາ​​ເປົ້າ​ໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2015 ​ແມ່ນ​ໃກ້​ຊິດ​ຕິດ​ແທດ​ກັບ​ສະພາບຕົວ​ຈິງ. ບາງ​​ຕົວ​ເລດ​ຄາດໝາຍ​ກ່ຽວ​ກັບ​ການ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ຫຼຸ​ດຜ່ອນ​ຄວາມທຸກ​ຍາກ​ແມ່ນສົມ​ເຫດ​ສົມ​ຜົນ. ດ້ວຍ​ການ​ບໍລິຫານ​ຢ່າງ​ມີ​ປະສິດ​ທິຜົນ​ຂອງ​ລັດ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຈະ​ບັນລຸ​ໄດ້​ບັນດາ​ໝາກຜົນ​ດີ​ພໍ​ສົມຄວນ, ນຳ​ປະ​ເທດ​ຊາດນັບ​ມື້​ນັບ​ພັດທະນາ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ດີກ​ວ່າ​ເກົ່າ”.

      ສ່ວນ​​ ຫງວຽນ​ແທງ​ລ້ວນ, ຜູ້​ມີ​ສິດ​ເລື​ອກຕັ້ງ​ນະຄອນ​ລາຍ​ເຈົາ ຖື​ວ່າ.

      “ພວກ​ຂ້າພະ​ເຈົ້າ​ເຊື່​ອໝັ້ນ​ວ່າ ພວ​ກ​ເຮົາຈະ​ບັນລຸ​ໄດ້​ລະດັບ​ເຕີບ​​ໂຕ​ດ້ານ​ເສດຖະກິດ​ແຕ່ 6%/ປີ ຂຶ້ນໄປ. ພວກ​ຂ້າພະ​ເຈົ້າປາດ​ຖະໜາ​ວ່າ, ສະພາ​ແຫ່ງ​ຊາດ​ຈະ​ສຸມ​ໃສ່​ແກ້​ບັນດາ​ບັນຫາ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖ​ະກິ​ດກະສິກຳ​ຄືນ​ໃໝ່, ບັນຫາ​ໜີ​້ສາທາ​ລະນະ, ບັນ​ຫາການ​ສຶກສາ. ພິ​ເສດ​​ແມ່ນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ ສຳລັບ​ປະຊາຊົນ​ບັນດາ​ເຜົ່າ​ຄື​ລາຍ​ເຈົາ ​ແລະ ບັນດາ​ແຂວງ​ອື່ນ”.

ຂ່າວ/ບົດ​ອື່ນ