ຜູ້​ມີ​ສິດ​ເລືອກ​ຕັ້ງ​ແອັດ​ສະ​ປາຍ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ແອັດ​ສະ​ປາຍ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ - ảnh 1
(ພາບ : voanews)
ວັນ​ທີ 20/11, ຜູ້​ມີ​ສິດ​ເລືອກ​ຕັ້ງ​ແອັດ​ສະ​ປາຍ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ກ່ອນ​ກຳນົດ​ເວລາ. ມີ 13 ພັກ​ການ​ເມືອງ ​ແລະ​ພັນທະ​ມິດ​ການ​ເມືອງ​ໄດ້​ເຂົ້າຮ່ວມ​ການ​ອອກ​ຫາ​ສຽງ​ເລືອກ​ຕັ້ງຄັ້ງນີ້. ດ້ວຍ​ຈຳນວນ​ບັດ​​ໄດ້​ກວດ​ແລ້ວເກືອບ 98% ພັກ ປຊຊ ຫລື PP ຍາດ​ໄດ້​ບັດ​ສະໜັບສະໜູນ 44,57% ​ແລ​ຈະ​ມີ 186 ທີ່​ນັ່ງ​ໃນ​ຈຳນວນ 350 ທີ່​ນັ່ງ​ຂອງ​ສະພາ​ແຫ່ງ​ຊາດປະ​ເທດນີ້, ​ໃນ​ຂະນະ​ທີ່​ພັກ​ສັງຄົມ​ຍາດ​ໄດ້​ພຽງ 28,67% ບັດ​ເລືອກ​ຕັ້ງ ​ເທົ່າ​ກັບ 110 ທີ່​ນັ່ງ​ເທົ່າ​ນັ້ນ. ນີ້​ຖືກ​ຖື​ວ່າ ​ແມ່ນ​ໄຊະນະ​ໃຫ່ຍສຸດ​ສຳລັບ​ພັກ ປຊຊ ​ໂດຍ​ທ່ານ Mariano Rajoy ອາຍຸ 56 ປີ, ອະດີດ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ແອດ​ສະ​ປາຍ ຊື່​ງໄດ້​ນຳ​ໜ້າ​ໃນ​ຮອບ​ເວລາ 3 ທົດ​ສະ​ວັດ​ຜ່ານ​ມາ. ການ​ນຳ​ໂລກ​ຫລາຍ​ທ່ານ​ສະ​ແດງ​​ຄວາມ​ຫວັງ​ວ່າ ທ່ານ Mariano Rajoy ມີ​ຄວາມສາມາດຢ່າງ​ພຽງພໍ​ເພື່ອ​ນຳພາ​ລັດຖະບານ ຜ່ານ​ຜ່າ​ໄລຍະທີ່​ເສດຖະກິດ​ພວມປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ໃນ​ປະຈຸ​ບັນ ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່​​ໃນ​ຕະຫຼາດ ​ແລະຕໍ່​ກັບ​ບັນດານັ​ກລົງທຶນ.
ຂ່າວ/ບົດ​ອື່ນ