
ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຟູ່ງຊວນຍະ ທີ່ການຊັກຖາມ
(ພາບ: tuoitre.vn)
|
(vovworld) - ເມື່ອຕິດຕາມການຕອບຄຳຊັກຖາມຂອງ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຟູ່ງຊວນຍະ, ຜູ້ມີສິດເລືອກຕັ້ງ ຫງວຽນມີງຄວາ, ຄູສອນສະຖາບັນການເມືອງເຂດ 3 ເຫັນດີເປັນເອກະພາບກັບການຕອບຄຳຊັກຖາມຢ່າງກົງໄປກົງມາຂອງທ່ານລັດຖະມົນຕີ. ທ່ານ ຫງວຽນມີງຄວາ ສະເໜີໃຫ້ກະຊວງສຶກສາ ແລະ ບຳລຸງສ້າງມີນະໂຍບາຍຈະ ແຈ້ງກ່ຽວກັບຄ່າຮຽນເໜືອມະຫາວິທະຍາໄລ:
“ຂ້າພະເຈົ້າເຫັນວ່າທ່ານລັດຖະມົນຕີໄດ້ຕອບຄຳຖາມຢ່າງກົງໄປກົງມາ ແລະ ຍອມຮັບຜິດຊອບໂດຍກົງ. ພິເສດ, ຂ້າພະເຈົ້າເຫັນດີເຫັນພ້ອມກັບເລື່ອງທ່ານລັດຖະມົນຕີຍົກອອກບັນດາມາດຕະການຍົກສູງຄຸນນະພາບຂອງຂະແໜງສຶກສາ ແລະ ບຳລຸງສ້າງ. ຂ້າພະເຈົ້າສະໜັບສະໜູນທັດສະນະຂອງລັດຖະມົນຕີກ່ຽວກັບເລື່ອງຈັດອັນດັບຕາໜ່າງບັນດາມະຫາວິທະຍາໄລ, ໃນນັ້ນສຳຄັນແຖວໜ້າແມ່ນຄຸນນະພາບການບຳລຸງສ້າງຖັນແຖວຄູສອນຢູ່ໂຮງຮຽນສ້າງຄູ.”