ຜູ້ມີອຳນາດເຕັມແຫ່ງນິວຊີແລນສະໜັບສະໜູນການຮ່ວມມືພັດທະນາແບບຍືນຍົງກັບຫວຽດນາມ

(VOVWORLD) - ທ່ານນາງ Pasty Reddy ຜູ້ມີອຳນາດເຕັມແຫ່ງນິວຊີແລນ ພ້ອມດ້ວຍສາມີ ໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳນິວຊີແລນ ຫງວຽນຫວຽດຢຸງ ພ້ອມດ້ວຍພັນລະຍາ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ນິວຊີແລນ ຢ່າງອົບອຸ່ນ.

ຜູ້ມີອຳນາດເຕັມແຫ່ງນິວຊີແລນສະໜັບສະໜູນການຮ່ວມມືພັດທະນາແບບຍືນຍົງກັບຫວຽດນາມ - ảnh 1ທ່ານນາງ Pasty Reddy ຜູ້ມີອຳນາດເຕັມແຫ່ງນິວຊີແລນພ້ອມດ້ວຍສາມີຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມປະຈຳນິວຊີແລນ ຫງວຽນຫວຽດຢຸງ ພ້ອມດ້ວຍພັນລະຍາ 

(ພາບ: ສະຖານທູດຫວຽດນາມປະຈຳນິວຊີແລນ)

ເມື່ອມໍ່ໆມານີ້, ຢູ່ສຳນັກງານລັດຖະບານທີ່ນະຄອນຫຼວງ Wellington, ທ່ານນາງ Pasty Reddy ຜູ້ມີອຳນາດເຕັມແຫ່ງນິວຊີແລນ ພ້ອມດ້ວຍສາມີ ໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳນິວຊີແລນ ຫງວຽນຫວຽດຢຸງ ພ້ອມດ້ວຍພັນລະຍາ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ນິວຊີແລນ ຢ່າງອົບອຸ່ນ. ທີ່ການຕ້ອນຮັບ, ທ່ານນາງ Pasty Reddy ຜູ້ມີອຳນາດເຕັມແຫ່ງນິວຊີແລນ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ຫງວຽນຫວຽດຢຸງ ທີ່ມີຄວາມມານະພະຍາຍາມໃນການປັບປຸງ ແລະ ເພີ່ມທະວີການພົວພັນລະຫວ່າງສອງປະເທດໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ ການເມືອງ - ການຕ່າງປະເທດ, ເສດຖະກິດການຄ້າ ແລະ ການຮ່ວມມືໃນຂົງເຂດຕ່າງໆ ທີ່ຕ່າງຝ່າຍຕ່າງມີຄວາມຕ້ອງການ, ມີທ່າແຮງ ແລະ ສະຫງວນບຸລິມະສິດຢ່າງສູງ ຄື ການສຶກສາ-ບໍາລຸງສ້າງ, ກະສິກຳ, ການທ່ອງທ່ຽວ, ສາທາລະນະສຸກ…; ສະແດງຄວາມຊົມເຊີຍນັບຖືຕໍ່ບັນດາຜົນງານທີ່ຫວຽດນາມບັນລຸໄດ້ໃນວິວັດແຫ່ງການພັດທະນາເສດຖະກິດຂອງຫວຽດນາມໃນໄລຍະຜ່ານມາ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະສືບຕໍ່ສະໜັບສະໜູນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານກັບຫວຽດນາມ, ພິເສດແມ່ນຮ່ວມມືກັນພັດທະນາແບບຍືນຍົງ.

        ສ່ວນ ທ່ານເອກອັກຄະລັດຖະທູດ ຫງວຽນຫວຽດຢຸງ ໃຫ້ຮູ້ວ່າ ທ່ານກໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງທ່ານນາງຜູ້ມີອຳນາດເຕັມ Pasty Reddy, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ ຕະຫຼອດຮອດບັນດາທ້ອງຖິ່ນຂອງນິວຊີແລນທີ່ໄດ້ສະຫງວນໃຫ້ສະຖານທູດຫວຽດນາມປະຈຳນິວຊີແລນກໍຄືສ່ວນບຸກຄົນໃນຕະຫຼອດໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດ ຖືວ່າ ຫວຽດນາມ ແລະນິວຊີແລນໄດ້ມີການພົບປະແລກປ່ຽນ, ຢ້ຽມຢາມຂັ້ນສູງ ແລະຂັ້ນຕ່າງໆເປັນປະຈຳ, ເລື່ອງສອງຝ່າຍພວມຕັ້ງໜ້າຜັນຂະຫຍາຍປະຕິບັດບັນດາເນື້ອໃນຂອງແຜນການເຄື່ອນໄຫວໄລຍະ 2017 – 2020 ພ້ອມກັບການເພີ່ມທະວີຢ່າງແຮງໃນການພົວພັນດ້ານການຄ້າສອງຝ່າຍໃນຊຸມປີມໍ່ໆມານີ້, ຈະປະກອບສ່ວນນຳການຮ່ວມມືສອງຝ່າຍເຂົ້າສູ່ລວງເລິກຢ່າງແທດຈິງ, ສ້າງປະຖົມປັດໄຈໃຫ້ແກ່ການຍົກລະດັບການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ