ຜູ້ມີອຳນາດເຕັມແຫ່ງອົດສະຕາລີມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ໜ້າການພັດທະນາຂະຫຍັນຂັນເຄື່ອນຂອງຫວຽດນາມ

ຜູ້ມີອຳນາດເຕັມແຫ່ງອົດສະຕາລີມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ໜ້າການພັດທະນາຂະຫຍັນຂັນເຄື່ອນຂອງຫວຽດນາມ - ảnh 1
ຜູ້​ມີ​ອຳນາດ​ເຕັມ ອົດຕາ​ລີ Quentin Bryce ແລະ ເອກ​ອັກຄະ​ລັດຖະທູດ​ຮ່ວາງ​ຫວີງ​ແທ່ງ
(ພາບ: ສະຖານທູດ ຫວຽດນາມ ປະຈຳ ອົດຕາລີ)

(vovworld) - ວັນ​ທີ 7/2, ຢູ່ Canberra, ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ອົດສະຕາ​ລີ Quentin Bryce ​​ໄດ້ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ສສ ຫວຽດນາມ ປະຈຳ ອົດຕາ​ລີ ຮ່ວາງ​ຫວີງ​ແທ່ງ ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​​ໃນ​ໂອກາ​ດສິ້ນ​ສຸດ​ອາຍຸການ​ເຮັດ​ວຽກ​. ທີ່​ການ​ຕ້ອນຮັບ, ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຮ່ວາງ​ຫວີງ​ແທ່ງ ຂໍສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຜູ້​ມີ​ອຳນາດ​ເຕັມ Quentin Bryce ພ້ອມ​ດ້ວຍລັດຖະບານ ​ແລະ ບັນດາ​ອົງ​ການ​ທີ່​ກ່ຽວຂ້ອງ​ຂອງ ອົດ​ຕາ​ລີ ​​ເຊິ່ງໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ໃນ​ອາຍຸ​ການ​ປະຕິບັດ​ງານ​ຢູ່​ອົດ​ສະຕາ​ລີ.

    ຜູ້​ມີ​ອຳນາດ​ເຕັມ Quentin Bryce ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງ​ແຮງ​ໃນ​ການ​ພົວພັນ​ຮອບ​ດ້ານ​ລະ​ຫວ່າ​ງ ຫວຽດນາມ ​ແລະ ອົດ​ສະຕາ​ລີ ​ໃນ​ຕະຫຼອດ 40 ປີ​ຜ່ານ​ມາ. ທ່ານ​ນາງ Quentin Bryce ຊົມ​ເຊີຍ​ບັນດາ​ຜົນສຳ​ເລັດ​ທີ່ ຫວຽດນາມ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ໃນ​ບັນດາ​ຂົງ​ເຂດ​ພັດທະນາ​ເສດຖະກິດ, ສັງຄົມ. ຜູ້​ມີ​ອຳນາດ​ເຕັມ​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບ​ສ່ວນ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນມິດຕະພາບ​ລະຫວ່າງ 2 ປະ​ເທດ. ຜູ້​ມີ​ອຳນາດ​ເຕັມ Quentin Bryce ຕີ​ລາຄາ​ສູງບັນດາ​ການ​ປະກອບສ່ວນ​ຂອງ​ສະຖານທູດ ຫວຽດນາມ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ຮ່ວາງ​ຫວີງ​ແທ່ງ ​ເຂົ້າ​ໃນ​ການ​ປັບປຸງ, ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດນາມ - ອົດ​ສະຕາລາ ​ແລະ ອວຍພອນ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ຮ່ວາງ​ຫວີ​ງ​ແທ່ງ, ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່, ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

 

 




ຂ່າວ/ບົດ​ອື່ນ