ຜູ້​ວ່າ​ການ ອົດ​ສະ​ຕາ​ລີ ​ຕີ​ລາ​ຄາ​ສູງ​ໂອ​ກາດ​ຮ່ວມ​ມື​ກັບ ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) -ໃນຂອບເຂດການຢ້ຽມຢາມພິເສດຕາມຄຳເຊື້ອເຊີນຂອງລັດຖະບານ ອົດສະຕາລີ, ວັນທີ 3 ທັນວາ, ທ່ານ ຫງວຽນຖ້ຽນເຍິນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານ David Hurley ຜູ້ວ່າການອົດສະຕາລີ.
ຜູ້​ວ່າ​ການ ອົດ​ສະ​ຕາ​ລີ ​ຕີ​ລາ​ຄາ​ສູງ​ໂອ​ກາດ​ຮ່ວມ​ມື​ກັບ ນະ​ຄອນ ໂຮ່​ຈີ​ມິນ - ảnh 1ທ່ານ ຫງວຽນຖ້ຽນເຍິນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ແລະ ທ່ານ David Hurley ຜູ້ວ່າການອົດສະຕາລີ (ພາບ: SGGP)

ທີ່ການຢ້ຽມຢາມ ທ່ານ ຫງວຽນຖ້ຽວເຍິນ ປາດຖະໜາວ່າ ອົດສະຕາລີ ໜູນຊ່ວຍການຕີລາຄາສະພາບການຕົວຈິງຂອງຂະແໜງປຸງແຕ່ງສະບຽງອາຫານຂອງນະຄອນ, ຈາກນັ້ນຍົກອອກບັນດາຂໍ້ສະເໜີທິດທາງການພັດທະນາໃນອະນາຄົດ. ທ່ານກໍ່ສະເໜີໃຫ້ ບັນດາວິສາຫະກິດການທ່ອງທ່ຽວຂອງນະຄອນໂຮ່ຈີິມິນ ແລະ ອົດສະຕາລີແລກປ່ຽນປຶກສາຫາລືຄວາມສາມາດໃນການຮ່ວມມື ແລະ ກາຍເປັນຄູ່ຮ່ວມມືຂອງກັນ, ອາດຈະພິຈາລະນາການຈັດຕັ້ງກອງປະຊຸມສຳມະນາແນະນຳຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງ ແຕ່ລະຝ່າຍ, ເປີດກ້ວາງການຮ່ວມມືໃນບັນດາຂົງເຂດຄື ກໍ່ສ້າງພື້ນຖານໂຄງລ່າງ, ສາທາລະນະສຸກ, ການເງິນ, ເລີ່ມຕົ້ນທຸລະກິດ ປະດິດຄິດສ້າງ ແລະ ພູມປັນຍາທຽມ (AI).

        ສ່ວນທ່ານ David Hurley ໃຫ້ຮູ້ວ່າ ໃນສະພາບການ ອົດສະຕາລີພວມເປີດກວ້າງ ຕະຫຼາດ, ຊອກຫາບັນດາຄູ່ຮ່ວມມືຕື່ມອີກ, ບັນດາຂໍ້ສະເໜີຂອງນະຄອນ ໂຮ່ຈີມິນ ຈະເປີດ ໂອກາດໃໝ່ຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ