ຜູ້ວ່າການປະທານປະເທດ ດັ້ງທິງອັກທິ້ງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ Lee Nak – yeon

(VOVWORLD) - ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ສ. ເກົາຫຼີ ໃນທຸກຂົງເຂດຢ່າງເລິກເຊິ່ງ, ກ້ວາງຂວາງ.
ຜູ້ວ່າການປະທານປະເທດ ດັ້ງທິງອັກທິ້ງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ Lee Nak – yeon - ảnh 1ທ່ານນາງ ດັ້ງທິງອັກທິ້ງ ຕ້ອນຮັບທ່ານ Lee Nak - yeon

ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ Lee Nak – yeon ໃນຕອນເຊົ້າວັນທີ 26 ກັນຍາ, ທ່ານນາງຜູ້ວ່າການປະທານປະເທດ ດັ້ງທິງອັກທິ້ງ ຖືວ່າ: ເລື່ອງທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ ນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ສ. ເກົາຫຼີ ມາ ຫວຽດນາມ ເຂົ້າຮ່ວມພິທີໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ສະແດງໃຫ້ເຫັນວ່າລັດ ແລະ ລັດຖະບານ ສ. ເກົາຫຼີ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ. ເກົາຫຼີ. ທ່ານນາງຜູ້ວ່າການປະທານປະເທດ ດັ້ງທິງອັກທິ້ງ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ສ. ເກົາຫຼີ ໃນທຸກຂົງເຂດຢ່າງເລິກເຊິ່ງ, ກ້ວາງຂວາງ. ທ່ານນາງຜູ້ວ່າການປະທານປະເທດ ດັ້ງທິງອັກທິ້ງ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການພົວພັນແລກປ່ຽນ, ພົບປະຂັ້ນສູງລະຫວ່າງ 2 ປະເທດເປັນປະຈຳ; ຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການສອງຝ່າຍ, ເປີດກ້ວາງການພົວພັນແລກປ່ຽນທາງດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ. ພ້ອມນັ້ນ, ສອງຝ່າຍຄວນເພີ່ມທະວີການຮ່ວມມືເພື່ອແນໃສ່ມານະພະຍາຍາມປະຕິບັດເປົ້າໝາຍນຳວົງເງິນການຄ້າສອງຝ່າຍຂຶ້ນລະດັບ 100 ຕື້ USD ໃນປີ 2020.

        ສ່ວນທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ Lee Nak – yeon ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶງຕໍ່ການຈາກໄປກະທັນຫັນຂອງທ່ານປະທານປະເທດ ເຈິ່ນດ້າຍກວາງເຖິງປະຊາຊົນ ຫວຽດນາມ, ຍາດຕິພີ່ນ້ອງ, ຄອບຄົວຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ. ທ່ານນາຍົກລັດຖະມົນຕີ Lee Nak – yeon ປາດຖະໜາຢາກໜູນຊ່ວຍຮ່ວມມືພັດທະນາກັບ ຫວຽດນາມ ໃນບັນດາຂົງເຂດວິທະຍາສາດເຕັກໂນໂລຊີ, ພື້ນຖານໂຄງລ່າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

        ແລະ ກໍ່ໃນວັນທີ 26 ກັນຍາ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ Lee Nak – yeon. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ກຽມພ້ອມກັບ ສ ເກົາຫຼີ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສອງປະເທດໃຫ້ພັດທະນານັບມື້ນັບຮອບດ້ານ ແລະ ເລິກເຊິ່ງກ່ວາ, ເໝາະສົມກັບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ…

ຕອບກັບ

ຂ່າວ/ບົດ​ອື່ນ