ຜູ້ສະໝັກຮັບເລືອກຕັ້ງ2ທ່ານຂົນຂວາຍຫາສຽງເລືອກຕັ້ງຮອດຈຸດເວລາສຸດທ້າຍ

ຜູ້ສະໝັກຮັບເລືອກຕັ້ງ2ທ່ານຂົນຂວາຍຫາສຽງເລືອກຕັ້ງຮອດຈຸດເວລາສຸດທ້າຍ - ảnh 1
ທ່ານ​ນາງ Hillary Clinton ໄດ້​ດຳ​ເນີນ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​
(ພາບ: AP/TTXVN)

(vovworld) – ​ ​​ໃນ​ສະ​ພາບ​ການ​​ຍັງມີ​ເວ​ລາ​ຕື່ມ​ອີກ​ພຽງ​ 2, 3 ຊົ່ວ​ໂມງ, ຜູ້​ມີ​ສິດ​ເລ​ືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ​ອາ​ເມ​ລິ​ກາ ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ຄັ້ງ​ໃຫຍ່, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ທ່ານ​ນາງ Hillary Clinton ແລະ ຂອງ​ພັກ​ສາ​ທາ​ລະ​ນະ Donald Trump ລ້ວນ​ແຕ່​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາບັ້ນ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຮອດ​ຈຸດ​ເວ​ລາ​ສຸດ​ທ້າຍ. ໃນ​ວັນ​ທີ 7/11, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ທ່ານ​ນາງ Hillary Clinton ໄດ້​ດຳ​ເນີນ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຂະ​ໜາດ​ໃຫຍ່​ 4 ຄັ້ງຢູ່​ນະ​ຄອ​ນ Pittsburg, ພາກ​ຕາ​ເວັນ​ອອກ​ລັດ Pennylvania, Michigan, ນະ​ຄອນ Philadelphia ແລະ North Carolina. ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​​ຜູ້​ສະ​ໜັບ​ສະ​ໜູນ, ທ່ານ​ນາງ Hillary Clinton ໃຫ້​ຄຳໝັ້ນ​ສັນ​ຍາ​ວ່າ​ຈະ​​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ຊາ​ຊົນ​ອາ​ເມ​ລິ​ກາ ທຸກ​ຄົນ. ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ນະ​ຄອນ Philadelphia, ລັດ Pennylvania, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ກໍ່ໄດ້​ຮຽງ​ບ່າ​ຮຽງ​ໄຫຼ່ ພ້ອມ​ກັບ​ທ່ານ​ນາງ Hillary Clinton ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ ອາ​ເມ​ລິ​ກາ ກຳ​ແໜ້ນ​ກາ​ລະ​ໂອ​ກາດ​ເພື່ອ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ມີ​ປະ​ທາ​ນາ​ທິ​ບໍ​ດີ​ຍິງ. ໃນ​ຂະ​ນະ​ນັ້ນ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ ຂອງ​ພັກ​ສາ​ທາ​ລະ​ນະ Donald Trump ​ກໍ່ໄດ້​ດຳ​ເນີນ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ເປັນ 5 ຄັ້ງກ່ອນ​ຈຸດ​ເວ​ລາ​ສຸດ​ທ້າຍ ຢູ່​ລັດ Florida, North Carolina, Pennylvania, New Hampshire ແລະ Michigan.


ຂ່າວ/ບົດ​ອື່ນ