ຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະກ້າວເຂົ້າສູ່ການໂຕ້ວາທີຄັ້ງທີ3

ຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະກ້າວເຂົ້າສູ່ການໂຕ້ວາທີຄັ້ງທີ3 - ảnh 1
ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ພັກ​ສາທາລະນະ
10 ທ່ານ​ໄດ້​ກ້າວ​ເຂົ້າ​ສູ່​ການ​ໂຕ້​ວາທີ​ຄັ້ງ​ທີ 3
(ພາບ: AFP/TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 29/10, ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ພັກ​ສາທາລະນະ 10 ທ່ານ​ໄດ້​ກ້າວ​ເຂົ້າ​ສູ່​ການ​ໂຕ້​ວາທີ​ຄັ້ງ​ທີ 3​ໃນ​ການ​ຊ່ວງ​ເສັງ​ຍາດ​ເອົາ​ສິດ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງປະທານາທິບໍດີ​ອາ​ເມ​ລິ​ກາ​ ໃນ​ປີ 2016. ນີ້​ແມ່ນຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ 10 ທ່ານ​ ທີ່​ພວມ​ນຳ​ໜ້າ​ໃນ​ບັນຊີ​ລາຍ​ຊື່ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ 14 ທ່ານຂອງ​ພັກສາທາລະນະ​, ​ທີ່​ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​, ໃນ​ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ຕ່າງໆ​ຂອງ​ບັນດາ​ອົງການ​ສຳ​ຫຼວດຫາງສຽງ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ຢູ່​ອາ​ເມ​ລິ​ກາ. ພັກສາ​ທາ​ລະນະ​ວາງ​ແຜນ​ຈັດ​ຕັ້ງ​ການ​ໂຕ້​ວາທີ 9 ຄັ້ງ, ​ເລີ່​ມ​ແຕ່​ວັນ​ທີ 6/8​/2015 ເຖິງ​​ເດືອນ 2/2016. ​ໃນ​ຂະນະ​ນັ້ນ, ພັກ​ປະຊາທິປະ​ໄຕ​ກໍ່​ມີ​ແຜນການ​ຈັດ​ຕັ້ງ​ການ​ໂຕ້​ວາທີ 6 ຄັ້ງ, ນັບ​ແຕ່​ວັນ​ທີ 13/10/2015 ​ເປັນ​ຕົ້ນ​ໄປ.

ຂ່າວ/ບົດ​ອື່ນ