ຜູ້​ສະ​ໝັກ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ສອງ​ທ່ານ ຍູ້​ແຮງ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງຢູ່​​ບັນ​ດາລັດທີ່​ສຳ​ຄັນ

(VOVWORLD) -ອີກບໍ່ພໍເທົ່າໃດມື້ ກໍຈະຮອດ “ວັນເລືອກຕັ້ງປະທານາທິບໍດີ ອາເມລິກາ” , ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຜູ້ສະໝັກເລືອກຕັ້ງພັກປະຊາທິປະໄຕ Joe Biden ລ້ວນແຕ່ພວມຊຸກຍູ້ບັນດາບັ້ນຂົນຂວາຍຜູ້ມີສິດເລືອກຕັ້ງໂດຍກົງ ຢູ່ບາງລັດທີ່ສຳຄັນ.
ຜູ້​ສະ​ໝັກ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ສອງ​ທ່ານ ຍູ້​ແຮງ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງຢູ່​​ບັນ​ດາລັດທີ່​ສຳ​ຄັນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຜູ້ສະໝັກເລືອກຕັ້ງພັກປະຊາທິປະໄຕ Joe Biden (ພາບປະກອບ: TTXVN)

 ໃນວັນທີ 28 ຕຸລາ, ທ່ານ Donald Trump ໄດ້ມີການຫາສຽງເລືອກຕັ້ງຢູ່ 2 ສະຖານທີ່ ຂອງ ລັດ Arizona, ຫຼັງຈາກນັ້ນ, ທ່ານໄດ້ເດີນທາງໄປຍັງນະຄອນ Doral, ລັດ Florida ເພື່ອກະກຽມໃຫ້ແກ່ບັນດາການເຄື່ອນໄຫວຫາສຽງເລືອກຕັ້ງຕໍ່ໄປ. ໃນຂະນະນັ້ນ, ທ່ານຮອງປະທານາທິບໍດີ Mike Pence - ຜູ້ຮ່ວມຊື່ຫາສຽງເລືອກຕັ້ງຂອງທ່ານ Donald Trump ກໍມີການເຄື່ອນໄຫວຫາສຽງເລືອກຕັ້ງຫຼາຍຢ່າງ ຢູ່ ລັດ Wisconsin ແລະ ລັດ Michigan.

        ສ່ວນທ່ານ Joe Biden ພັດມີແຜນການຫາສຽງເລືອກຕັ້ງຢູ່ ລັດ Delaware ເຊິ່ງເປັນບ່ອນທີ່ທ່ານຈະເຂົ້າຮ່ວມກອງປະຊຸມໃນເວລາສັ້ນກັບບັນດານັກຊ່ຽວຊານດ້ານການແພດສາທາລະນະ ແລະ ມີບົດກ່າວປາໄສທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19 ກໍຄື ໂຄງການເບິ່ງແຍງດູແລສຸຂະພາບ.  

ຕອບກັບ

ຂ່າວ/ບົດ​ອື່ນ