ຜູ້ສະໝັກເລືອກຕັ້ງBernie Sanders ຮັດແຄບໄລຍະຫ່າງກັບທ່ານນາງ Hillary Clinton

ຜູ້ສະໝັກເລືອກຕັ້ງBernie Sanders ຮັດແຄບໄລຍະຫ່າງກັບທ່ານນາງ Hillary Clinton - ảnh 1
ຜູ້​​ສະ​ໝັກ​ເລືອກ​ຕັ້ງ Bernie Sanders ​
ຮັດ​ແຄບ​ໄລ​ຍະ​ຫ່າງ​ກັບ​ທ່ານ​ນາງ Hillary Clinton
(ພາບ: AP)

(vovworld) – ຕອນ​ເຊົ້າ​ວັນ​ທີ 27/03, ຜູ້​ສະ​ໝັກ​ເລືອກ​ຕັ້ງ Bernie Sanders ຍາດ​ໄດ້​ໄຊ​ຊະ​ນະ​ຕໍ່​ໜ້າ​ທ່ານ​ນາງ​ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Hillary Clinton ທີ່​ການ​ເລືອກ​ຕັ້ງ​​ຂັ້ນ​ຕົ້ນ ຕາມ​ວິ​ທີ​ປ​່ອນ​ບັດ​ພາຍ​ໃນ​ພັກ ຢູ່ 2 ລັດ​ Alaska ແລະ ວໍ​ຊິງ​ຕັນ, ໃນ​ການ​ແຂ່ງ​ຂັນ​​ເພື່ອ​ຍາດ​ເ​ອົາທີ່​ຕັ້ງ​ຕາງ​ໜ້າ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ອອກ​ສະ​ໝັກ​​ເລືອກ​ຕ​ັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ໃນ​ເດືອນ 11 ຈະ​ມາ​ເຖິງ. ຕາມ​ແຈ​້ງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ຢູ່​ລັດ Alaska ໃຫ້​ຮູ້​ໝາກ​ຜົນ​ການ​ນັບ​ບັດ​ວ່າ: ທ່ານ Bernie Sanders ຍາດ​ໄດ້ 80,7% ​ບັດ​ສະ​ໜັບ​ສະ​ໜູນ, ​ທ່ານ​ນາງ Hillary Clinton ຍາດ​ໄດ້ 19,3% ບັດ​ສະ​ໜັບ​ສະ​ໜູນ. ສ່ວນ​ຢູ່​ລັດ​ວໍ​ຊິງ​ຕັນ, ທ່ານ Bernie Sanders ຍາດ​ໄດ້ 72,1% ​ບັດ​ສະ​ໜັບ​ສະ​ໜູນ, ​ທ່ານ​ນາງ Hillary Clinton ຍາດ​ໄດ້ 27,6% ບັດ​ສະ​ໜັບ​ສະ​ໜູນ. ວົງ​ການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ, ດ້ວຍ​ບັນ​ດາ​ໄຊ​ຊະ​ນະ​ດັ່ງ​ກ່າວ ໄດ້​​ເພີ່ມ​ກຳ​ລັງ​ໜູນ​ໃຫ້​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​​ໃຫ້​ແກ່ສະ​ມາ​ຊິກ​ສະ​ພາ​ສູງອາ​ຍຸ 75 ປີນີ້, ເພື່ອ​ແນ​ໃສ່​ຮັດ​ແຄບ​​ໄລ​ຍະ​ຫ່າງ​ກັບ​ຄູ່​ແຂ່ງ​ໃນ​ການ​ຍາດ​ຊິງ​ບົດ​ບາດ​​ເປັນ​ຜູ້ຕາງ​ໜ້າ​ໃຫ້​ພັກ​ປະ​ຊາ​ທິ​ປະ​ໄຕ​ຊ່ວງ​ເສັງ​ເຂົ້າ​ທຳ​ນຽບ​ຂາວ.

ຂ່າວ/ບົດ​ອື່ນ