ຜູ້ສະໝັກເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີ 2 ທ່ານຍັງແກ່ງແຍ້ງຢ່າງຂ້ຽວຂາດຢູ່ບັນດາລັດສຳຄັນທີ່ຍັງເຫຼືອ

(VOVWORLD) -ໝາກຜົນການເລືອກຕັ້ງປະທານາທິບໍດີອາເມລິກາ ລະຫວ່າງຜູ້ສະໝັກເລືອກຕັ້ງ 2 ທ່ານຍັງດຳເນີນໄປຢ່າງຂ້ຽວຂາດຢູ່ບັນດາລັດສຳຄັນທີ່ຍັງເຫຼືອໃນມື້ທີ 2.

ຜູ້ສະໝັກເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີ 2 ທ່ານຍັງແກ່ງແຍ້ງຢ່າງຂ້ຽວຂາດຢູ່ບັນດາລັດສຳຄັນທີ່ຍັງເຫຼືອ - ảnh 1 ຜູ້ສະໝັກເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີ 2 ທ່ານຍັງແກ່ງແຍ້ງຢ່າງຂ້ຽວຂາດ

(ພາບ: CNN)

ໄລ່ຮອດຈຸດເວລານີ້, ຍັງບໍ່ທັນມີຜູ້ສະໝັກເລືອກຕັ້ງທ່ານໃດຍາດໄດ້ບັດເລືອກຕັ້ງຈາກ ຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ 270 ບັດທີ່ຈຳເປັນເພື່ອສາມາດຖະແຫຼງຮັບໄຊຊະນະໃນສະພາບຢູ່ບາງລັດຂອງອາເມລິກາ ການນັບບັດຍັງບໍ່ທັງສຳເລັດເທື່ອ. ຕາມສຳນັກຂ່າວສານຂອງອາເມລິກາ ສ່ວນຫຼາຍແລ້ວ, ຜູ້ສະໝັກເລືອກຕັ້ງພັກປະຊາທິປະໄຕ ທ່ານ Joe Biden ຍັງສືບຕໍ່ນຳໜ້າຍ້ອນໄດ້ຮັບບັດເລືອກຕັ້ງຈາກຜູ້ຕາງໜ້າຜູ້ມີສິດເລືອກຕັ້ງແມ່ນ 264 ບັດເມື່ອທຽບໃສ່ 214 ບັດຂອງຜູ້ສະໝັກເລືອກຕັ້ງພັກສາທາລະນະ ທ່ານ Donald Trump.

        ປະຈຸບັນ, ໝາກຜົນການນັບບັດຢູ່ບາງລັດຍັງບໍ່ທັນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ທ່ານໃດຈະໄດ້ຮັບໄຊຊະນະ ແລະ ຍາດໄດ້ບັດເລືອກຕັ້ງຂອງຜູ້ຕາງໜ້າຜູ້ມີສິດເລືອກຕັ້ງຢູ່ລັດແຫ່ງຕ່າງໆຄື: Nevada, Pennsylvania, Carolina ເໜືອ, Georgia ແລະ Alaska. ປະຈຸບັນ, ທ່ານ Donald Trump ພວມນຳໜ້າຢູ່ບັນດາລັດດັ່ງກ່າວ, ເວັ້ນເສຍແຕ່ລັດ Nevada, ເຊິ່ງແມ່ນລັດມີຈຳນວນ 6 ບັດຂອງຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ ແລະ ຖ້າຫາກທ່ານ Joe Biden ຍາດໄດ້ໄຊຊະນະຢູ່ລັດນີ້ທ່ານຈະມີບັດເລືອກຕັ້ງພໍດີ 270 ບັດເພື່ອສາມາດຖະແຫຼງຍາດໄດ້ໄຊຊະນະ.

ຕອບກັບ

ຂ່າວ/ບົດ​ອື່ນ