ຜູ້​ສະ​ໝັກ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ຮຽກ​ຮ້ອງ​ໃຫ້​ຮັກ​ສາ​ສັນ​ຕິ​ພາບ​ຈົນ​ຮອດ​ຈຸດ​ເວ​ລາ​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ທ່ານ Prabowo ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງຕັ້ງລັດຖະບານທີ່ມີ “ຊາວ ອິນໂດເນເຊຍ ຜູ້ທີ່ເກັ່ງກ້າທີ່ສຸດ” ແລະ ຢັ້ງຢືນວ່າ ນີ້ແມ່ນໄຊຊະນະຂອງທົ່ວປວງຊົນ. 
ຜູ້​ສະ​ໝັກ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ຮຽກ​ຮ້ອງ​ໃຫ້​ຮັກ​ສາ​ສັນ​ຕິ​ພາບ​ຈົນ​ຮອດ​ຈຸດ​ເວ​ລາ​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ - ảnh 1ບັນດາຜູ້ສະໝັກເລືອກຕັ້ງປະທານາທິບໍດີ ແລະ ຮອງປະທານາທິບໍດີ ອິນໂດເນເຊຍ (ພາບ:  AFP/TTXVN)

ຕອນຄ່ຳວັນທີ 14 ກຸມພາ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ອິນໂດເນເຊຍ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Prabowo Subianto  ໄດ້ມີບົດກ່າວປາໄສຕໍ່ຜູ້ສະໜັບສະໜູນຢູ່ນະຄອນຫຼວງ ຈາກາຕາ ພາຍຫຼັງທີ່ຜົນການນັບບັດບໍ່ເປັນທາງການ (ນັບໄວ) ໄດ້ຊີ້ໃຫ້ເຫັນວ່າ ທ່ານນຳໜ້າດ້ວຍຈຳນວນບັດສະໜັບສະໜູນປະມານ 58% ແລະ ສາມາດຍາດໄດ້ໄຊຊະນະໃນຮອບເລືອກຕັ້ງທຳອິດຢ່າງສິ້ນເຊີງ. ທ່ານ Prabowo ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງຕັ້ງລັດຖະບານທີ່ມີ “ຊາວ ອິນໂດເນເຊຍ ຜູ້ທີ່ເກັ່ງກ້າທີ່ສຸດ” ແລະ ຢັ້ງຢືນວ່າ ນີ້ແມ່ນໄຊຊະນະຂອງທົ່ວປວງຊົນ. ທ່ານໃຫ້ຮູ້ວ່າ ຈະປົກປ້ອງພົນລະເມືອງທຸກຄົນ, ບໍ່ວ່າຈະເປັນຄົນຊົນເຜົ່າ, ສາສະໜາໃດ ຫຼື ພາກສ່ວນໃດໃນສັງຄົມ, ທ່ານຈະເຮັດວຽກເພື່ອຜົນປະໂຫຍດດີທີ່ສຸດຂອງປະຊາຊົນ ອິນໂດເນເຊຍ.

        ໃນການເລືອກຕັ້ງຄັ້ງນີ້, ຜູ້ມີສິດເລືອກຕັ້ງເລືອກຕັ້ງກວ່າ 50% ແມ່ນມີອາຍຸແຕ່ 17 ຫາ 40 ປີ ແລະ ຜູ້ມີສິດເລືອກຕັ້ງໜຸ່ມປະມານກວ່າ 30% , ມີອາຍຸຕ່ຳກວ່າ 30 ປີ, ທ່ານ Pradowo ເນັ້ນໜັກວ່າ ບັນດາຜູ້ມີສິດເລືອກຕັ້ງໜຸ່ມແມ່ນບຸກຄົນທີ່ສະໜັບສະໜູນຕົ້ນຕໍໃນການເລືອກຕັ້ງ, ພ້ອມທັງຮຽກຮ້ອງໃຫ້ຮັກສາສັນຕິພາບຈົນຮອດຈຸດເວລາປະກາດໝາກຜົນການເລືອກຕັ້ງຢ່າງເປັນທາງການ.

ຟ້າມຮ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ