ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ສອງ​ທ່ານ ກ້າວ​ເຂົ້າ​ສູ່ກ​ານ​ໂຕ້​ວາ​ທີ​ໂດຍ​ກົງ​ຄັ້ງ​ໜຶ່ງ​ດຽວ

(VOVWORLD) -    ນີ້ແມ່ນການໂຕ້ວາທີຂອງບັນດາຜູ້ສະໝັກເລືອກຕັ້ງ ຮອງປະທານາທິບໍດີ ທີ່ໄດ້ຮັບຖືວ່າ ມີຄວາມສຳຄັນທີ່ສຸດໃນປະຫວັດສາດ ອາເມລິກາ. 
ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ສອງ​ທ່ານ ກ້າວ​ເຂົ້າ​ສູ່ກ​ານ​ໂຕ້​ວາ​ທີ​ໂດຍ​ກົງ​ຄັ້ງ​ໜຶ່ງ​ດຽວ - ảnh 1 ການໂຕ້ວາທີໂດຍກົງຄັ້ງໜຶ່ງດຽວຂອງ ຜູ້ສະໝັກເລືອກຕັ້ງຮອງປະທານາທິບໍດີ ອາເມລິກາ ສອງທ່ານ (ພາບ: TTXVN)

ເວລາ 21 ໂມງ ຂອງວັນທີ 7 ຕຸລາ ຕາມເວລາ ອາເມລິກາ (ເຊິ່ງກົງກັບເວລາ 8 ໂມງຂອງວັນທີ 8 ຕຸລາ ຕາມເວລາ ຫວຽດນາມ), ຜູ້ສະໝັກເລືອກຕັ້ງຮອງປະທານາທິບໍດີ ອາເມລິກາ ຂອງ ພັກສາທາລະນະ ນັ້ນແມ່ນທ່ານຮອງປະທານາທິບໍດີ Mike Pence ແລະ ທ່ານນາງ Kamala Devi Harris ສະມາຊິກສະພາສູງ ລັດ California ໄດ້ເລີ່ມດຳເນີນການໂຕ້ວາທີຄັ້ງໜຶ່ງດຽວ ເຊິ່ງຖືກຈັດຂຶ້ນຢູ່ ມະຫາວິທະຍາໄລ Utah. ການໂຕ້ວາທີດັ່ງກ່າວດຳເນີນໄປໃນເວລາປະມານ 90 ນາທີ.

        ນີ້ແມ່ນການໂຕ້ວາທີຂອງບັນດາຜູ້ສະໝັກເລືອກຕັ້ງ ຮອງປະທານາທິບໍດີ ທີ່ໄດ້ຮັບຖືວ່າ ມີຄວາມສຳຄັນທີ່ສຸດໃນປະຫວັດສາດ ອາເມລິກາ. ເຫດການດັ່ງກ່າວ ກໍ່ສ້າງຂີດໝາຍປະຫວັດສາດ ເມື່ອທ່ານນາງ Kamala Devi Harris ແມ່ນແມ່ຍິງບໍ່ແມ່ນຊາວຜິວຂາວຄົນທຳອິດ ແລະ ແມ່ນແມ່ຍິງເຊື້ອຊາດ ອາຊີ ຄົນທໍາອິດ ທີ່ເຂົ້າຮ່ວມການໂຕ້ວາທີໃນການຊ່ວງເສັງເຂົ້າທຳນຽບຂາວ.


ຕອບກັບ

ຂ່າວ/ບົດ​ອື່ນ