ຜູ້ສະໝັກເລືອກຕັ້ງເປັນປະທານາທິບໍດີອາເມລິກາ Donal Trump ແກ່ດຶງກຸ່ມຜູ້ມີສິດເລືອກຕັ້ງເຊື້ອຊາດອາຟະລິກາ

ຜູ້ສະໝັກເລືອກຕັ້ງເປັນປະທານາທິບໍດີອາເມລິກາ Donal Trump ແກ່ດຶງກຸ່ມຜູ້ມີສິດເລືອກຕັ້ງເຊື້ອຊາດອາຟະລິກາ - ảnh 1
ຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາ
ຂອງ​ພັກສາ​ທາ​ລະນະ Donal Trump
(ພາບ: Huffingtonpost)


(vovworld) - ຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາຂອງ​ພັກສາ​ທາ​ລະນະ Donal Trump ​​ໄດ້​ຮຽກຮ້ອງ​ປະຊາ​ຄົມ​ຊາວ​ ອາ​ເມ​ລິ​ກາ​ເຊື້ອ​ຊາດ ​ອາ​ຟະ​ລິ​ກາ ສະໜັບສະໜູນ​ຕົນ​ໃນ​ການ​ຊ່ວງ​ເສັງ​​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ​ໃນ​ເດືອນ 11 ຈະ​ມາ​ເຖິງ. ກ່າວ​ຄວາມ​ເຫັນ​ທີ່​ການ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຢູ່​ນະຄອນ Dimondale, ລັດ Michigan, ​ເສດຖີ​ເງິນ​ຕຶ້ Donal Trump ຢືນຢັນ​ວ່າ, ຊາວ​ ອາ​ເມ​ລິ​ກາ​ເຊື້ອ​ຊາດ ​ອາ​ຟະ​ລິ​ກາ​ເປັນ​ປະ​ຊາ​ຄົມ​ຖືກ​ສ່ຽງ​ໄພ​ຫຼາຍ​ສຸດ ຍ້ອນ​ບັນດາ​ນະ​ໂຍບາຍ​ຂອງ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ Clinton. ທ່ານ​ຖະ​ແຫຼ​ງວ່າ​ຈະ​ຟື້ນ​ຟູ​ບັນດາ​ມາດຕາ​​ໃນ​ກົດໝາຍ​ເພື່ອ​ປົກ​ປັກ​ຮັກສາ, ພ້ອມ​ທັງສ້າງ​ເງື່ອນ​ໄຂດ້ານ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ​ໃຫ້​ແກ່​ຄົນ​ຜີວ​ໜັງ. ທ່ານ​ຕິຕຽນ​ບັນດາ​ນະ​ໂຍບາຍ​ຂອງ​ຄູ່​ແຂງ​ພັກສາ​ທາ​ລະນະ​ລັດ​ທ່ານ​ນາງ Clinton ​ແລະ ​ເນັ້ນ​ໜັກ​ວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດ ​ແລະ ກາລະ​ໂອກາດ​ວຽກ​ເຮັດ​ງານ​ທຳ​ຂອງ ຊາວ​ ອາ​ເມ​ລິ​ກາ​ເຊື້ອ​ຊາດ ​ອາ​ຟະ​ລິ​ກາ ຕໍ່ໜ້າບັນດາ​ຄົນ​ເຂົ້າ​ເມືອງ.

 

 

ຂ່າວ/ບົດ​ອື່ນ