ຜູ້ອອກສະໝັກເລືອກຕັ້ງ 5 ທ່ານໂຕ້ເວທີໂດຍກົງທາງໂທລະພາບ

ຜູ້ອອກສະໝັກເລືອກຕັ້ງ 5 ທ່ານໂຕ້ເວທີໂດຍກົງທາງໂທລະພາບ - ảnh 1
ທ່ານ ອະ​ດີດ​ລັດ​ຖະ​ມົນ​ຕີ​ເສ​ດ​ຖະ​ກິດ Emmanuel Macron 
(ພາບ: EPA/TTXVN)

(vovworld) – ຜູ້​ອອກ​ສະ​ໝັກ​ເລືອກ​ຕັ້ງ 5 ທ່ານ​ທີ່​ນຳ​ໜ້າ​ໃນ​ການ​ຢັ່ງ​ຫາງ​ສຽງ​ໃນ​ການ​ຊ່ວງ​ເສັງ​ເຂົ້​າ​ວັງ Elysee ໄດ້​ເຂົ້າ​ຮ່ວມ​ການ​ໂຕ້​ເວ​ທີ​ໃນ​ຕອ​ນ​ຄ່ຳ​ວັນ​ທີ 20/3, ເຊິ່ງ​ໄດ້​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​​ຊ່ອງ TF1 ແລະ LCI. ບັນ​ດາ​ຜູ້​ອອກ​ສະ​ໝັກ​ເລືອກ​ຕັ້ງ​ນີ້​ລວມ​ມີ: ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Francois Fillon, ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ສຶກ​ສາ Benoit Hamon, ທ່ານ​ນາງ Marine Le Pen, ປະ​ທາ​ນ​ພັກ​ຝ່າຍ​ຂວາແນວ​ໂຮມ​ແຫ່ງ​ຊາດ (FN), ອະ​ດີດ​ລັດ​ຖະ​ມົນ​ຕີ​ເສ​ດ​ຖະ​ກິດ Emmanuel Macron ແລະ ການ​ນຳ​ຂະ​ບວນ​ການ​ຝ່າຍ​​ຊ້າຍ "ປະ​ເທດ ຝ​ຣັ່ງ ບໍ່​ຍອມ​ຈຳ​ນົນ" Jean- Luc Melenchon. ການ​ໂຕ້​ເວ​ທີ ໄດ້​ແບ່ງ​ປັນ 3 ພາກ​ດ້ວຍ​ບັນ​ດາ​ຫົວ​ຂໍ້: ຮູບ​ແບບ​ສັງ​ຄົມ, ຮູບ​ແບບ​ເສດ​ຖະ​ກິດ ແລະ ທີ່​ຕັ້ງ​ຂອງ​ປະ​ເທດ ຝ​ຣັ່ງ​ບົນ​ເວ​ທີ​ສາ​ກົນ. ການ​ໂຕ້​ເວ​ທີນີ້ມ​ີ​ຄວາມ​ໝາຍ​ສຳ​ຄັນ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ບັນ​ດາ​ຜູ້​ອອກ​ສະ​ໝັກ​ເລືອກ​ຕັ້ງ​ສະ​ເໜີ​ເນື້ອ​ໃນ​ການ​ຫາ​ສຽງ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ເຂົາ​ເຈົ້າ​ຍາດ​ໄດ້​ຄະ​ແນນ​ກ່ຽວ​ກັບ​ເນື້ອ​ໃນ ແລະ ກ່ຽວ​ກັບ​ທ່າ​ທີ​ໃນ​ສາຍ​ຕາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ.


ຂ່າວ/ບົດ​ອື່ນ