ຜູ້ອອກສະໝັດຮັບເລືອກ ຕັ້ງນາຍົກລັດຖະມົນຕີ ເຢຍລະມັນ 2 ທ່ານ ດຳເນີນການໂຕ້ວາທີ ໃນທາງໂທລະພາບ

ຜູ້ອອກສະໝັດຮັບເລືອກ ຕັ້ງນາຍົກລັດຖະມົນຕີ ເຢຍລະມັນ  2 ທ່ານ ດຳເນີນການໂຕ້ວາທີ ໃນທາງໂທລະພາບ - ảnh 1

(ພາບ:xaluan.com)

(vovworld)-​​​​ຕອນ​ຄ່ຳ​ວັນ​ທີ 1/9, ຜູ້​ອອກ​ສະ​ໝັດ​ຮັບ​ເລືອກ​ຕັ້ງນາຍົກ​ລັດ​ຖະມົນຕີ​ເຢຍລະ​ມັນ ​ 2 ທ່ານ ​ໃນ​ການ​ເລືອກ​ຕັ້ງຊື່​ງຈະ​ດຳ​ເນີນ​ໃນ​ວັນ​ທີ 22/9 ທີ່​ຈະ​ມາ​ເຖິງ, ລວມມີ​ທ່ານ Peer Steibruck ຂອງພັກ​ປະຊາທິປະ​ໄຕ-ສັງຄົມ (SPD)  ​ແລະ ທ່ານ​ນາງ Angela Merkel  ​ ຂອງ​ພັນທະ​ມິດ ປະຊາທິປະ​ໄຕ-ສັງຄົມ ກຼິດຕັນ (CDU/CSU) ​ໄດ້​ດຳ​ເນີນ​ການ​ໂຕ້​ວາທີ​ໂດຍ​ກົງ​ເປັນຄັ້ງດຽວ​ທີ່​ແກ່ຍາວ​ໃນ​ເວລາ 90 ນາທີ​ໃນ​ທາງ​ໂທລະພາບ. ທ່ານ Peer Steibruck ປະກາດ​ວ່າ: ຖ້າ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ, ທ່ານ​ຈະ​ສູ້​ຊົນ​ຮັດ​ແຄບ​ຄວາມ​ຜິດ​ໂຕນ​ລະຫວ່າງຜູ້​ຮັ່ງ​ມີ ​ແລະ​ ຜູ້ທຸກ​ຍາກ​ໃນ​ສັງຄົມດ້ວຍ​ການ​ນຳ​ໃຊ້​ລະດັບ​ເງິນພື້ນຖານ​ຕ່ຳ​ສຸດ 8,5 ​ເອີ​ໂຣ/ຊົ່ວໂມງ ​ໃນ​ຂະນະ​ທີ່ທ່ານ​ນາງ Angela Merkel ຍັງ​ຮັກສາ​ນະ​ໂຍບາຍນຳ​ໃຊ້​ລະດັບ​ເງິນຕາ​ມ​ແຕ່ລະ​ຂະ​ແໜງ​ວິ​ຊາຊີບ ​ແລະ ລະດັບ​ເງິນ​ນີ້​ໂດຍ​ວົງ​ການ​ເຈົ້າຂອງ​ພ້ອມ​ດ້ວຍ​ວິ​ສາ​ຫະກິດ​ເຈລະຈາ​ດ້ວຍ​ຕົນ​ເອງ. ບັນດາ​ນັກ​ສັງ​ເກດ​ການ​ຖື​ວ່າ: ​ໃນການ​ໂຕ້​ວາທີ​ດ່ັງກ່າວ​, ຜູ້​ອອກ​ສະ​ໝັດ​ຮັບ​ເລືອກ​ຕັ້ງສອງ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ລະມັດລະວັງ, ບໍ່​ເຂົ້າ​ເລິກ​ບັນດາ​ບັນຫາ​ໄດ້​ເຕື້ອງ​ເຖິງ. ປະຈຸ​ບັນ, ມີ​ຜູ້​ມີສິດ​ເລືອກ​ຕັ້ງ 48% ສະ​ແດງ​ການ​ສະໜັບສະໜູນທ່ານ​ນາງ Angela Merkel ​ ​ແລະ ມີ 45% ຈຳນວນ​ຜູ້​ສະໜັບສະ​ໜູນ ທ່ານ Peer Steibruck ​ເປັນນນາຍົກ​ລັດຖະມົນຕີ​ເຢຍລະ​ມັນ.
ຂ່າວ/ບົດ​ອື່ນ