![ຜູ້ອອກແຮງງານຊົນນະບົດ ກ່ວາ 1 ລ້ານຄົນໄດ້ຮັບ ການບຳລຸງສ້າງວິຊາຊີບ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_04_05/chuyen.jpg)
(ພາບ:baodientu.chinhphu.vn)
(vovworld)- ຕອນເຊົ້າວັນທີ 5/4, ຢູ່ຮ່າໂນ້ຍ, ທ່ານນາງຟ້າມທິຫາຍຈ່ວຽນ ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ດຳເນີນການໂອ້ລົມສົນທະນາໂດຍກົງທາງເຄືອຂ່າຍອິນເຕີເນັດກັບປະຊາຊົນຢູ່ປະຕູຖານຂໍ້ມູນລັດຖະບານ. ບັນດາເນື້ອໃນໄດ້ຮັບຄວາມສົນໃຈຈາກປະຊາຊົນແມ່ນບັນຫາວຽກເຮັດງານທຳ, ບຳລຸງສ້າງວິຊາຊີບ, ການສົ່ງອອກຄົນງານ. ກ່ຽວກັບບັນຫາຫລຸດຜ່ອນອຸບັດຕິເຫດແຮງງານ. ທ່ານນາງລັດຖະມົນຕີຟ້າມທິຫາຍຈ່ວຽນ ໃຫ້ຮູ້ວ່າ:
“ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະເພີ່ມທະວີການຈັດບັນດາຊຸດຝຶກອົບຮົມກ່ຽວກັບສະຕິຄວາມຮັບຮູ້ຮັບປະກັນຄວາມປອດໄພແຮງງານ, ປະຕິບັດກົດໝາຍວ່າດ້ວຍຄວາມປອດໄພແຮງງານ. ການໂຄສະນາກ່ຽວກັບສະຕິຄວາມຮັບຮູ້ຄວາມປອດໄພແຮງງານຈະຖືກປະຕິບັດຢູ່ບັນດາໂຮງຮຽນ“
ທ່ານນາງລັດຖະມົນຕີຟ້າມທິຫາຍຈ່ວຽນ ໃຫ້ຮູ້ວ່າ: ພາຍຫຼັງປະຕິບັດໂຄງການຈຸດໝາຍວຽກເຮັດງານທຳ ແລະ ສອນວິຊາຊີບແຫ່ງຊາດໄລຍະ 2012-2015 ເປັນເວລາ 1 ປີ, ຫວຽດນາມ ມີຜູ້ອອກແຮງງານຊົນນະບົດກ່ວາ 1 ລ້ານຄົນໄດ້ຮັບການບຳລຸງສ້າງວິຊາຊີບ.