ຜູ້​ອອກ​ແຮງ​ງານຫຼາຍກວ່າ 32 ລ້ານ​ຄົນ ໄດ້​ຮັບ​ຜົນ​ສະ​ທ້ອນ​ຫຍໍ້​ທໍ້ ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -        ປີ 2020, ຫວຽດນາມມີຜູ້ອອກແຮງງານຫຼາຍກວ່າ 32 ລ້ານຄົນ ໄດ້ຮັບຜົນສະທ້ອນຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19. ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ຕະຫຼາດແຮງງານຕົກເຂົ້າສູ່ສະພາບຊຸດໂຊມຢ່າງແຮງ ດ້ວຍກຳລັງແຮງງານຫຼຸດລົງຫຼາຍ, ລາຍຮັບຂອງຜູ້ອອກແຮງງານກໍຫຼຸດລົງ.
ຜູ້​ອອກ​ແຮງ​ງານຫຼາຍກວ່າ 32 ລ້ານ​ຄົນ ໄດ້​ຮັບ​ຜົນ​ສະ​ທ້ອນ​ຫຍໍ້​ທໍ້ ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກອງປະຊຸມຖະແຫຼງຂ່າວ ກ່ຽວກັບສະພາບແຮງງານ - ວຽກເຮັດງານທຳ ໄຕມາດ 4 ແລະ ປີ 2020 (ພາບ: baotintuc.vn)

ນີ້ແມ່ນຂໍ້ມູນໂດຍຜູ້ຕາງໜ້າກົມໃຫຍ່ສະຖິຕິໃຫ້ຮູ້ທີ່ກອງປະຊຸມຖະແຫຼງຂ່າວ ກ່ຽວກັບສະພາບແຮງງານ - ວຽກເຮັດງານທຳ ໄຕມາດ 4 ແລະ ປີ 2020 ເຊິ່ງດໍາເນີນໃນວັນທີ 6 ມັງກອນ ຢູ່ຮ່າໂນ້ຍ.  ທ່ານນາງ ຫວູທິທູຖຸ໋ຍ ຫົວໜ້າກົມເກັບກຳຂໍ້ມູນ ແລະ ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານສະຖິຕິ ໃຫ້ຮູ້ວ່າ:

        “ນັບແຕ່ໄຕມາດ 3 ມານີ້, ສະພາບແຮງງານ, ວຽກເຮັດງານທຳໄດ້ຮັບການປັບປຸງໃຫ້ດີຂຶ້ນ, ພິເສດໃນໄຕມາດ 4 ແມ່ນຈະແຈ້ງກວ່າ. ເຖິງຢ່າງໃດກໍຕາມ, ໃນປັດຈຸບັນ, ສະພາບການຂອງໂລກລະບາດໃນໂລກ ຍັງສືບຕໍ່ແຜ່ລະບາດ. ລັດຖະບານ ໄດ້ມີຫຼາຍມາດຕະການເພື່ອຊຸກຍູ້ການເຕີບໂຕເສດຖະກິດ. ສະນັ້ນ, ໃນໄລຍະຜ່ານມາ, ພື້ນຖານເສດຖະກິດ ຈຶ່ງມີການພັດທະນາດີກວ່າ. ໃນຕໍ່ໜ້າ, ພວກເຮົາຫວັງວ່າ ນະໂຍບາຍ, ແຜນຍຸດທະສາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ພ້ອມກັບການພັດທະນາເສດຖະກິດ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ”.

ຕອບກັບ

ຂ່າວ/ບົດ​ອື່ນ