ຜູ້ອາສາສະໝັກ 35 ຄົນທຳອິດສັກວັກຊິນກັນເຊື້ອພະຍາດໂຄວິດ-19 Nano Covax ໄລຍະທີ 2

(VOVWORLD) -ນີ້ແມ່ນວັກຊິນກັນເຊື້ອພະຍາດໂຄວິດ-19 ທຳອິດຂອງຫວຽດນາມ ທີ່ໄດ້ສັກທົດລອງໃສ່ຄົນ, ໂດຍບໍລິສັດຫຸ້ນສ່ວນຊີວະສາດການຢາ Nanogen ຄົ້ນຄວ້າ.
ຜູ້ອາສາສະໝັກ 35 ຄົນທຳອິດສັກວັກຊິນກັນເຊື້ອພະຍາດໂຄວິດ-19 Nano Covax ໄລຍະທີ 2 - ảnh 1ສືບຕໍ່ສັກວັກຊິນກັນເຊື້ອພະຍາດໂຄວິດ-19 Nano Covax ໄລຍະທີ 2 ໃຫ້ແກ່ຜູ້ອາສາສະໝັກ 35 ຄົນທຳອິດ
(ພາບປະກອບ)

ຕອນເຊົ້າວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ວິທະຍາຄານເສນາຮັກ, ກະຊວງປ້ອງກັນປະເທດຫວຽດນາມ ສືບຕໍ່ສັກວັກຊິນກັນເຊື້ອພະຍາດໂຄວິດ-19 Nano Covax ໄລຍະທີ 2 ໃຫ້ແກ່ຜູ້ອາສາສະໝັກ 35 ຄົນທຳອິດ. ນີ້ແມ່ນວັກຊິນກັນເຊື້ອພະຍາດໂຄວິດ-19 ທຳອິດຂອງຫວຽດນາມ ທີ່ໄດ້ສັກທົດລອງໃສ່ຄົນ, ໂດຍບໍລິສັດຫຸ້ນສ່ວນຊີວະສາດການຢາ Nanogen ຄົ້ນຄວ້າ.

        ການສັກວັກຊິນກັນເຊື້ອພະຍາດໂຄວິດ-19 Nano Covax ໄລຍະທີ 2 ໄດ້ຈັດຂຶ້ນຢູ່ວິທະຍາຄານເສນາຮັກ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ສະຖາບັນ Pasteur ນະຄອນໂຮ່ຈີມິນ (ໂດຍພ້ອມກັນເຂົ້າຮ່ວມການຄົ້ນຄວ້າ, ປະຕິບັດຢູ່ເມືອງ ເບັ໊ນລຶ໊ກ, ແຂວງ ລອງອານ). ຄາດວ່າ, ໃນຄັ້ງນີ້ຈະມີຜູ້ອາສາສະໝັກ 560 ຄົນຈົດທະບຽນສັກວັກຊິນທົດລອງ, ເປີດກວ້າງເປົ້າໝາຍໃນເກນອາຍຸແຕ່ 18 ປີ ຫາ 60 ປີ, ໃນນັ້ນມີບາງຄົນມີພະຍາດໃນຕົວຢູ່ແລ້ວແຕ່ມີອາການບໍ່ໜັກ.

        ວັນທີ 25 ກຸມພາ, ສະພາທີ່ປຶກສາອອກໃບຈົດທະບຽນອະນຸຍາດນຳໃຊ້ຢາ ໄດ້ຈັດກອງປະຊຸມ ແລະ ເຫັນດີຕໍ່ຂໍ້ສະເໜີຂອງກະຊວງສາທາລະນະສຸກຫວຽດນາມ ອະນຸມັດຜ່ານວັກຊິນກັນເຊື້ອພະຍາດໂຄວິດ-19 ຂອງບໍລິສັດ Moderna (ອາເມລິກາ) ແລະ ວັກຊິນຂອງບໍລິສັດ JSC Generium (ລັດເຊຍ) ເພື່ອນຳໃຊ້ໃຫ້ຕາມຄວາມຕ້ອງການຮີບດ່ວນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ຫວຽດນາມ.

        ກ່ອນໜ້ານັ້ນ, ໃນຕົ້ນເດືອນ ກຸມພາ 2021, ກະຊວງສາທາລະນະສຸກຫວຽດນາມ ໄດ້ອະນຸມັດຜ່ານວັກຊິນກັນເຊື້ອພະຍາດໂຄວິດ-19 AstraZeneca ຂອງອັງກິດ ໄດ້ນຳໃຊ້ຢູ່ຫວຽດນາມ. ຕາມທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັງລອງ ແລ້ວ, ໃນປີ 2021 ກະຊວງນີ້ຈະຮັບປະກັນສະໜອງວັກຊິນກັນເຊື້ອພະຍາດໂຄວິດ-19 ກວ່າ 90 ລ້ານໂດຣ ຈາກຫຼາຍແຫ່ງສະໜອງທີ່ແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ