ຜູ້ອຳນວຍການ ADB: ລັດຖະບານ ຫວຽດນາມ ໄດ້ມີການຮັບມືຢ່າງວ່ອງໄວ, ບໍ່ລິຫານຢ່າງມີໄຫວພິບ

(VOVWORLD) -ADB ຄາດຄະເນ ການເຕີບໂຕເສດຖະກິດຂອງຫວຽດນາມ ຄາດວ່າຈະບັນລຸໃນລະດັບ 6,7% ໃນປີ 2021 ແລະ 7,0% ໃນປີ 2022.
ຜູ້ອຳນວຍການ ADB: ລັດຖະບານ ຫວຽດນາມ ໄດ້ມີການຮັບມືຢ່າງວ່ອງໄວ, ບໍ່ລິຫານຢ່າງມີໄຫວພິບ   - ảnh 1ທ່ານ Andrew Jeffries ຜູ້ອຳນວຍການທະນາຄານ ພັດທະນາ ອາຊີ (ADB) ຢູ່ ຫວຽດນາມ (ພາບ:: VGP)

ລັດຖະບານຫວຽດນາມ ໄດ້ມີການຮັບມືຢ່າງວ່ອງໄວຕໍ່ກັບການກະທົບເຖິງດ້ານເສດຖະກິດຍ້ອນໂລກລະບາດໂຄວິດ 19, ມີເຄື່ອງມືເຂັ້ມແຂງເພື່ອຮັບປະກັນຄວາມສາມາດຟື້ນຕົວພື້ນຖານເສດຖະກິດ. ນະໂຍບາຍເງິນຕາເໝາະສົມດ້ວຍການຫລຸດຜ່ອນອັດຕາດອກເບ້ຍ ພ້ອມກັບການປະຕິບັດບັນດາບ້ວງສິນເຊື່ອ ແລະ ມາດຕະການຫນູນຊ່ວຍງົບປະມານໄດ້ສ້າງກຳລັງແຮງຄືນໃຫມ່ໃຫ້ບັນດາວິສາຫະກິດຖືກຜົນສະທ້ອນ ລວມມີ ວິສາຫະກິດ ຂະຫນາດກາງ ແລະ ນ້ອຍ.

ໃນການຕອບສຳພາດນັກຂ່າວຫວ່າງແລ້ວນີ້ ກ່ຽວກັບແງ່ຫວັງມະຫາພາກຂອງຫວຽດນາມ ໃນສະພາບການພື້ນຖານເສດຖະກິດຖືກຜົນສະທ້ອນຢ່າງຫນັກຫນ່ວງຍ້ອນໂລກລະບາດໂຄວິດ 19, ທ່ານ Andrew Jeffries ຜູ້ອຳນວຍການທະນາຄານ ພັດທະນາ ອາຊີ (ADB) ຢູ່ ຫວຽດນາມ ໃຫ້ຮູ້ວ່າ: ADB ຄາດຄະເນ ການເຕີບໂຕເສດຖະກິດຂອງຫວຽດນາມ ຄາດວ່າຈະບັນລຸໃນລະດັບ 6,7% ໃນປີ 2021 ແລະ 7,0% ໃນປີ 2022. ການເຕີບໂຕຢ່າງແຮງ ແລະ ເປັນປົກກະຕິ ຍ້ອນຫວຽດນາມ ປະສົບຜົນສຳເລັດໃນການສະກັດກັ້ນໂລກລະບາດໂຄວິດ 19. ໄພເງິນເຟີ້ໄດ້ຮັບການຄວບຄຸມ ເຖິງວ່າ ຄາດຄະເນຈະເພີ່ມຂຶ້ນ 3,8% ໃນປີນີ້ ແລະ 4,0% ໃນປີ 2022 ຍ້ອນນ້ຳມັນໂລກເພີ່ມຂຶ້ນ, ເສດຖະກິດທົ່ວໂລກຟື້ນຕົວ ແລະ ການໃຊ້ສອຍພາຍໃນປະເທດເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ