ຜູ້ອຳນວຍການ CIA ກ່າວເຕືອນ IS ປ່ຽນແປງຍຸດທະວິທີຕີແບບກອງຫຼອນ

ຜູ້ອຳນວຍການ CIA ກ່າວເຕືອນ IS ປ່ຽນແປງຍຸດທະວິທີຕີແບບກອງຫຼອນ - ảnh 1
ທ່ານຫົວ​ໜ້າ​ອົງ​ການ​ສື​ບ​ລາ​ຊະ​ການ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ John Brennan
(ພາບ​: EPA/TTXVN)

(vovworld) - ວັນ​ທີ 16/06, ທ່ານຫົວ​ໜ້າ​ອົງ​ການ​ສື​ບ​ລາ​ຊະ​ການ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ (CIA) John Brennan ​ໄດ້​ກ່າວ​ເຕືອນ​ວ່າ, ອົງ​ການ “ລັດ​ອິດ​ສະ​ລ​າມ” (IS) ອ້າງ​ຊື່​ເອງ ພວມ​ດຳ​ເນີນ​ການ​ເຟິກ​ອົບ​ຮົມ ແລະ ມີ​ກົນ​ອຸ​ບາຍ​ຜັ​ນ​ຂະ​ຫຍາຍນັກ​ສືບ ເພື່ອ​​ຫວັງປະ​ຕິ​ບັດ​ການ​ບຸກ​ໂຈມ​ຕີ​ເປັນ​ຫຼາຍ​ຄັ້ງ​ອີກ ​ທີ່​ເລັ່ງ​ໃສ່​ບັນ​ດາ​ເປົ້າ​ໝາຍ​ຂອ​ງ​ຝ່າຍຕາ​ເວນ​ຕົກ. ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ກຳ​ມາ​ທິ​ການ​ສືບ​ລາ​ຊະ​ການ​ລັບ​ສະ​ພາ​ສູງ​ອາ​ເມ​ລິ​ກາ, ທ່ານ John Brennan ໃຫ້​ຮູ້​ວ່າ, IS ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມກໍ່​ສ້າງ​ກົງ​ຈັກ​ບັນ​ຊາ ແລະ ປຸ​ກ​​ລຸກ​ການບ​ຸກ​ໂຈມ​ຕີ​ໃສ່ “ບັນ​ດາ​ສັດ​ຕູຕ່າງ​ປະ​ເທດ”, ​ທີ່ຄ້າຍ​ຄື​ກັບ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ຫວ່າງມໍ່ໆ​ມານີ້​ຢູ່​ປາ​ຣີ, ປະ​ເທດ​ຝ​ລັ່ງ ແລະ ບ​ຣຸກ​ແຊນ, ປະ​ເທດ​ແບນ​ຊິກ ເຊິ່ງ CIA ຖື​ວ່າ ​ໂດຍ​ບັນ​ດາ​ຫົວ​ໂປ IS ຊີ້​ນຳ. ຕາມ​ທ່ານ​ແລ້ວ,  ປະ​ຈ​ຸ​ບັນ IS ມີ​​ມືປືນ​​ຝ່າຍ​ຕາ​ເວນ​ຕົກ​ເປັນ​ຈຳ​ນວນ​ຫຼາຍ ທີ່​ມີ​ຄວາມສາ​ມາດ​ເຄື່ອນ​ໄຫວ​ຄ້າຍ​ຄືນັກ​ສືບ ເພື່ອ​ຮັບ​ໃຫ້​ບັນ​ດາ​ເຫດ​ບຸກ​ໂຈມ​ຕ​ີ​​ຂອງ​ຝ່າຍ​ຕາ​ເວນ​ຕົກ. ຄຽງ​ຂ້າງນັ້ນ, IS ​ອາດ​ສາ​ມາດ​ສົ່ງ​ບັນ​ດາ​ມື​ປືນນີ້​ເຂົ້າ​ເຂດ​ດິນ​ແດນ​ຂອງ​ຫຼາຍ​ປະ​ເທດ, ​ບາງ​ເທື່ອ​ຈະ​​ປອມ​ຕົວ​ເປັນ​ຊາວ​​ລິ​ໄພ ຫຼື ຜ່ານ​ບັນ​ດາ​​ຮູບ​ການ​ທ່ອງ​ທ່ຽວ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

ຂ່າວ/ບົດ​ອື່ນ