ຜູ້ອຳນວຍການWTOຍ້ອງຍໍຜົນງານລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກຂອງຫວຽດນາມ

ຜູ້ອຳນວຍການWTOຍ້ອງຍໍຜົນງານລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກຂອງຫວຽດນາມ - ảnh 1
ປະ​ຊາ​ຊົນ​ຢູ່​ເຂດ​ພູ​ພຽງ ດົ່ງ​ວັນ ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຍ້ອນ​ປູກ​ສາ​ລີ​ມີ​ສະ​ມັດ​ຕະ​ພາບ​ສູງ
(ພາບ: Đỗ Bình/TTXVN)

(vovworld) - ຜົນງານ​ຂອງ​ຫວຽດນາມ ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ ​ແມ່ນ​ພະຍານຫຼັກ​ຖານ​ທີ່​ສຳຄັນ, ສະ​ແດງ​ໃຫ້​ເຫັນ​ສາຍ​ສຳພັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ຄ້າ ​ແລະ ການ​ພັດທະນາ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ບົດບາດ​ຂອງ​ການ​ຄ້າ​ທີ່​ມີ​ຕໍ່​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ ຜູ້ອຳນວຍການອົງການ​ການ​ຄ້າ​ໂລກ (WTO) Roberto Azevedo ນະ​ພິທີ​ສະ​ເໜີ​ປື້​ມ “ບົດບາດ​ຂອງ​ການ​ຄ້າໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ“ ​ໂດຍ WTO ​ແລະ ກຸ່ມ​ທະນາຄານ​ໂລກ (WBG) ຮຽບຮຽງ ​ເຊິ່ງດຳ​ເນີນ​ຫວ່າງ​ແລ້ວ​ນີ້​ຢູ່ຊະ​ວິດ. ທ່ານ Roberto Azevedo ຢືນຢັນ​ວ່າ, ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ ​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ຫວຽດນາມ ​ມີ​ການ​ປ່ຽນ​ແປງ​ຕາມ​ທິດ​ດີກ​ວ່າ​ເກົ່າ. ຕາມ​ປື້​ມຫົວ​ນີ້​ແລ້ວ​, ​ໃນ​ໄລຍະ​ແຕ່​ຕົ້ນ​ຊຸມ​ປີ 1990 – 2012, ອັດຕາ​ສ່ວນ​ການ​ຄ້າ​ໃນ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ຂອງ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ. ​ໃນ​ໄລຍະ​ນີ້, ອັດຕາ​ສ່ວນ​ພົນລະ​ເມືອງ​ທຸກ​ຍາກ​ອຶດ​ຫີ​ວຢູ່​ຫວຽດນາມ ​ໄດ້​ຫຼຸດ​ລົງ​ຈາກ 60% ລົງ​ຕຳ່​ກວ່າ 3%.


ຂ່າວ/ບົດ​ອື່ນ