ຜູ້ອຳນວຍການອົງການເບ້ຍບຳນານແຫ່ງຊາດຖືກກັກຕົວຢ່າງຮີບດ່ວຍ

ຜູ້ອຳນວຍການອົງການເບ້ຍບຳນານແຫ່ງຊາດຖືກກັກຕົວຢ່າງຮີບດ່ວຍ - ảnh 1
ທ່ານ Moon Hyung-pyo (ພາບ: AP)

(vovworld) - ​​ ຕາມ​ສຳນັກ​ຂ່າວສານ Yonhap, ວັນ​ທີ 28/12, ບັນດາ​​ເຈົ້າ​ໜ້າ​ທີ່ໄອ​ຍະ​ການ​ພິ​ເສດ​ຂອງ ສ.​ເກົາຫຼີ ​ໄດ້​ຕົກລົງ​ກັກ​ຕົວ​ທ່ານ Moon Hyung-pyo ຜູ້ອຳນວຍການ​ອົງການ​ເບ້ຍ​ບຳນານ​ແຫ່ງ​ຊາດ (NPS) ຢ່າງຮີບ​ດ່ວນ, ​ຍ້ອນ​ສົງ​ໄສວ່າທ່ານ Moon ​ໄດ້​ບັງຄັບ NPS ໜູນ​ຫລັງ​ເລື່ອງ​ໂຮມ 2 ສາຂາ​ຂອງ Samsung ​ເຂົ້າກັນ​ໃນ​ປີ​ກ່າຍ ຂະນະ​ທີ່​ທ່ານ​ຍັງ​​ເປັນ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ​ແລະ ສະຫວັດດີ​ການ. ບັນດາ​​ເຈົ້າ​ໜ້າ​ທີ່ໄອ​ຍະ​ການ​ໃຫ້​ຮູ້​ວ່າ: ​ເຂົາ​ເຈົ້າ​ຕົກລົງ​ຄື​ດັ່ງກ່າວ ​​ຍ້ອນວິຕົກ​ກັງວົນ​ວ່າທ່ານ Moon ອາ​ດຈະ​ຊອກ​ຫາ​ວິທີທຳລາຍ​​ຫຼັກ​ຖານ. ປະຈຸ​ບັນ ຍັງ​ມີ​ຄຳ​ກ່າວ​ຫາວ່າ ທຳນຽບປະທານາທິບໍດີ ສ.​ເກົາຫຼີ ​ໄດ້​ບັງຄັບ NPS ຊຶ່ງ​ມີ​ຫຸ້ນ​​ຢູ່ 2 ສາຂາ​ທີ່ຫາ​ກໍ່​ໂຮມ​ເຂົ້າກັນ​ຂອງ Samsung, ຕ້ອງ​ສະໜັບສະໜູນ​ເລື່ອງ​ໂຮມ​ສາຂາ ​​ເພື່ອ​ແລກ​ເອົາ​ບຸລິມະສິດ ຊຶ່ງ Samsung ສະຫງວນ​ໃຫ້ທ່ານ​ນາງ Choi Soon-sil ຜູ້​ທີ່​ເປັນ​ສ່ຽວ​ມາ​ຫລາຍ​ປີ​ຂອງ​ທ່ານ​ນາງ​ປະທານາທິບໍດີ Park Geun-hye.

 

 

ຂ່າວ/ບົດ​ອື່ນ