ຜູ້ອຳນວຍການໃຫຍ່ IAEA ຈະໄປ ລັດເຊຍ ເພື່ອປຶກສາຫາລືບັນຫາຄວາມໝັ້ນຄົງສຳລັບໂຮງງານໄຟຟ້ານິວເຄຼຍ Zaporizhzhia

(VOVWORLD) -ທ່ານຜູ້ອຳນວຍການໃຫຍ່ IAEA Rafael Grossi ຈະໄປເຖິງນະຄອນ Kaliningrad, ລັດເຊຍ ໃນວັນທີ 05 ເມສາ ເພື່ອປຶກສາຫາລືກ່ຽວກັບຄວາມໝັ້ນຄົງ ແລະ ຄວາມປອດໄພຢູ່ໂຮງງານໄຟຟ້ານິວເຄຼຍ Zaporizhzhia.
ຜູ້ອຳນວຍການໃຫຍ່ IAEA ຈະໄປ ລັດເຊຍ ເພື່ອປຶກສາຫາລືບັນຫາຄວາມໝັ້ນຄົງສຳລັບໂຮງງານໄຟຟ້ານິວເຄຼຍ Zaporizhzhia - ảnh 1ທ່ານຜູ້ອຳນວຍການໃຫຍ່ IAEA Rafael Grossi ໄດ້ໄປຢ້ຽມຢາມໂຮງງານໄຟຟ້ານິວເຄຼຍ Zaporizhzhia ໃນອາທິດກ່ອນ
(ພາບ: AFP/TTXVN)

        ວັນທີ 03 ເມສາ, ໂຄສົກຂອງອົງການພະລັງງານປະລະມະນູສາກົນ (IAEA) ໃຫ້ຮູ້ວ່າ, ທ່ານຜູ້ອຳນວຍການໃຫຍ່ IAEA Rafael Grossi ຈະໄປເຖິງນະຄອນ Kaliningrad, ລັດເຊຍ ໃນວັນທີ 05 ເມສາ ເພື່ອປຶກສາຫາລືກ່ຽວກັບຄວາມໝັ້ນຄົງ ແລະ ຄວາມປອດໄພຢູ່ໂຮງງານໄຟຟ້ານິວເຄຼຍ Zaporizhzhia. IAEA ພວມມານະພະຍາຍາມຊຸກຍູ້ມາດຕະການແກ້ໄຂເພື່ອປົກປ້ອງໂຮງງານໃຫຍ່ສຸດຢູ່ ເອີລົບ ນີ້ ແລະ ສະກັດກັ້ນຄວາມສ່ຽງນິວເຄຼຍຖືກຮົ່ວໄຫຼ.

        ທ່ານຜູ້ອຳນວຍການໃຫຍ່ IAEA Rafael Grossi ໄດ້ໄປຢ້ຽມຢາມໂຮງງານໄຟຟ້ານິວເຄຼຍ Zaporizhzhia ໃນອາທິດກ່ອນ. ທ່ານໄດ້ຕີລາຄາວ່າ ສະພາບການພວມໄປຕາມທິດຫຍໍ້ທໍ້ກວ່າ ເມື່ອບັນດາການເຄື່ອນໄຫວດ້ານການທະຫານຢູ່ອ້ອມແອ້ມໂຮງງານນີ້ເພີ່ມຂຶ້ນໃນຊຸມເດືອນມໍ່ໆມານີ້. ກ່ອນໜ້ານັ້ນ, ທ່ານ Rafael Grossi ໃຫ້ຮູ້ວ່າ, ຄະນະຜູ້ຕາງໜ້າຂອງທ່ານພວມຊັ່ງຊາມາດຕະການແກ້ໄຂຕາມທິດບັນລຸບັນດາຄຳໝັ້ນສັນຍາ “ບໍ່ບຸກໂຈມຕີໂຮງງານ ຫຼື ບໍ່ນຳໃຊ້ໂຮງງານນີ້ເພື່ອປະຕິບັດບັນດາເຫດບຸກໂຈມຕີ”, ແທນທີ່ໃຫ້ການຊຸກຍູ້ແຜນການສ້າງເຂດປອດການທະຫານໂດຍຖືວ່າ ອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ