ຜູ້ອຳນວຍການໃຫຍ່ IMF ຄົນໃໝ່ໃຫ້ຢັ້ງຢືນເລື່ອງຢຸດຕິຄາມການຄ້າລະຫວ່າງອາເມລິກາ-ຈີນແມ່ນບໍ່ມີຄຸນປະໂຫຍດພຽງພໍ

(VOVWORLD) -ທ່ານນາງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ຄົນໃໝ່ Kristalina Georgieva ໄດ້ຊົມເຊີຍອາເມລິກາ ແລະ ຈີນ ທີ່ບັນລຸຂໍ້ຕົກລົງການຄ້າໄດ້ສ່ວນໃດສ່ວນໜຶ່ງ

ຜູ້ອຳນວຍການໃຫຍ່ IMF ຄົນໃໝ່ໃຫ້ຢັ້ງຢືນເລື່ອງຢຸດຕິຄາມການຄ້າລະຫວ່າງອາເມລິກາ-ຈີນແມ່ນບໍ່ມີຄຸນປະໂຫຍດພຽງພໍ - ảnh 1 ທ່ານນາງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ຄົນໃໝ່ Kristalina Georgieva

(ພາບ: AFP/TTXVN)

ວັນທີ 17 ຕຸລາ, ເມື່ອຕອບສຳພາດຕໍ່ວົງການນັກຂ່າວ, ກ່ອນດຳເນີນກອງປະຊຸມປະຈຳປີຂອງ IMF, ທ່ານນາງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ຄົນໃໝ່ Kristalina Georgieva ໄດ້ຊົມເຊີຍອາເມລິກາ ແລະ ຈີນ ທີ່ບັນລຸຂໍ້ຕົກລົງການຄ້າໄດ້ສ່ວນໃດສ່ວນໜຶ່ງ, ແຕ່ກໍ່ຖືກວ່າແມ່ນຍັງບໍ່ທັນພຽງພໍເພື່ອຍູ້ບັນດາຜົນກະທົບທີ່ຫຍໍ້ທໍ້ໃຫ້ຖອຍໄປ ຍ້ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ 2 ປະເທດທີ່ໄດ້ກໍ່ໃຫ້ເກີດຕໍ່ເສດຖະກິດທົ່ວໂລກ. IMF ຄາດຄະເນວ່າ, ຜົນກະທົບຮອບດ້ານຂອງຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ - ຈີນ ຈະເຮັດໃຫ້ລະດັບເຕີບໂຕດ້ານເສດຖະກິດທົ່ວໂລກຖືກຫຼຸດລົງ 0,8%. ເຖິງຢ່າງໃດກໍ່ຕາມ, ທ່ານນາງ Georgieva ກໍ່ໃຫ້ຮູ້ວ່າ, ເລື່ອງຢຸດຕິສົງຄາມການຄ້າ “ອາດຈະຫຼຸດ 0,2% ຂອງຄວາມເສຍຫາຍດັ່ງກ່າວ”.

        ປະຈຸບັນ, ທັງວໍຊິງຕັນ ແລະ ປັກກີ່ງ ພວມມານະພະຍາຍາມຢຸດຕິຄວາມເຄັ່ງຕຶງດ້ານການຄ້າດ້ວຍຂໍ້ຕົກລົງສະບັບໜຶ່ງ. ຫວ່າງມໍ່ໆມານີ້, 2 ຝ່າຍໄດ້ເປັນເອກະພາບໄລຍະເບື້ອງຕົ້ນຂອງຂໍ້ຕົກລົງ, ເປີດແງ່ຫວັງຢຸດຕິການຂັດແຍ້ງກັນດ້ານການຄ້າລະຫ່າງ 2 ປະເທດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ