ຜູ້ອຳນວຍການໃຫ່ຍ Vietjetໄດ້ຮັບເລືອກເປັນ CEO ປີ 2019 ຂະແໜງການບິນ ພາກພື້ນອາຊີປາຊີຟິກ

(VOVWORLD) - ທ່ານນາງຫງວຽນທິເຟືອງຖ໋າວຜູ້ອຳນວຍການໃຫ່ຍ ບໍລິສັດການບິນVietjet, ໄດ້ຮັບການຄັດເລືອກຈາກປະຊາຄົມສາຍການບິນໂລກໃຫ້ເປັນCEO ພາກພື້ນອາຊີປາຊີຟິກ ປີ 2019. 
ຜູ້ອຳນວຍການໃຫ່ຍ Vietjetໄດ້ຮັບເລືອກເປັນ CEO ປີ 2019 ຂະແໜງການບິນ ພາກພື້ນອາຊີປາຊີຟິກ - ảnh 1 ທ່ານນາງຫງວຽນທິເຟືອງຖ໋າວຜູ້ອຳນວຍການໃຫ່ຍ ບໍລິສັດການບິນ Vietjet

ທີ່ພິທີມອບລາງວັນ“Top 100 ຂະແໜງການບິນປະຈຳປີ 2019 ” (Aviation 100 Awards 2019) ຄັ້ງທີ 6 ໄດ້ດຳເນີນທີ່ ຮົ່ງກົງ (ສປ.ຈີນ), ທ່ານນາງຫງວຽນທິເຟືອງຖ໋າວຜູ້ອຳນວຍການໃຫ່ຍ ບໍລິສັດການບິນ Vietjet, ໄດ້ຮັບການຄັດເລືອກຈາກປະຊາຄົມສາຍການບິນໂລກໃຫ້ເປັນ CEO ພາກພື້ນອາຊີປາຊີຟິກ ປີ 2019 (APAC CEO of the Year)

        ເດືອນກັນຍາທີ່ຜ່ານມາ, ວາລະສານ Forbes ທີ່ມີຊື່ສຽງລະດັບໂລກໄດ້ສືບຕໍ່ປະກາດວ່າ: CEO Vietjet ຖືກຈັດເຂົ້າໃນ Top ບັນດາການນຳຍິງທີ່ມີອິດທິພົນທີ່ສຸດໃນອາຊີປະຈຳປີ 2019. ໃນປີ 2018, ທ່ານນາງຖ໋າວກໍ່ມີລາຍຊື່ໃນ Top ແມ່ຍິງທີ່ມີອິດທິພົນທີ່ສຸດໃນໂລກຂອງວາລະສານ Forbes, ເຊິ່ງຖຶກຈັດຢູ່ອັນດັບທີ  44./.

ຕອບກັບ

ຂ່າວ/ບົດ​ອື່ນ