ຜູ້​ອຳ​ນວຍ​ການ​ໃຫຍ່ WHO ກ່າວ​ເຕືອນ​ໂລກ​ລະ​ບາດ Covid – 19 ຍັງ​ສືບ​ຕໍ່​ແຜ່​ລະ​ບາດ

(VOVWORLD) - ໂລກລະບາດ Covid – 19 ຍັງຄົງສືບຕໍ່ແຜ່ລະບາດ ແລະ ຜົນກະທົບຂອງມັນຈະຄົງຕົວໃນໄລຍະຫຼາຍສີບປີຈະມາເຖິງ. 
ຜູ້​ອຳ​ນວຍ​ການ​ໃຫຍ່ WHO ກ່າວ​ເຕືອນ​ໂລກ​ລະ​ບາດ Covid – 19 ຍັງ​ສືບ​ຕໍ່​ແຜ່​ລະ​ບາດ - ảnh 1ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການອົງການອະນາໄມໂລກ (WHO) (ພາບ: TTXVN) 

ຕາມຖະແຫຼງການຂອງ ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການອົງການອະນາໄມໂລກ (WHO) ທີ່ໄດ້ຍົກອອກມາໃນວັນທີ 22 ມິຖຸນາ ຢູ່ກອງປະຊຸມຂັ້ນສູງທາງອອນລາຍແລ້ວ, ໂລກລະບາດ Covid – 19 ບໍ່ພຽງແຕ່ແມ່ນວິກິດການທາງດ້ານສາທາລະນະສຸກເທົ່ານັ້ນ, ຫາກແມ່ນວິກິດການທາງດ້ານເສດຖະກິດ, ວິກິດການທາງສັງຄົມ ແລະ ຢູ່ຫຼາຍປະເທດ ກໍ່ຍັງແມ່ນວິກິດການທາງດ້ານການເມືອງ ອີກດ້ວຍ. ໄພນາບຂູ່ຍິ່ງໃຫຍ່ທີ່ສຸດສຳລັບໂລກບໍ່ພຽງແຕ່ແມ່ນ ເຊື້ອໄວຣັດ SARS – CoV – 2 ເທົ່ານັ້ນ, ຫາກຍັງແມ່ນ ການຂາດນ້ຳໃຈຄວາມສາມັກຄີ ແລະ ການຊີ້ນຳ - ນຳພາທົ່ວໂລກ”. ທ່ານ Tedros Adhanom Ghebreyesus ໄດ້ຢັ້ງຢືນວ່າ “ໃນພວກເຮົາບໍ່ມີຜູ້ໃດມີຄວາມປອດໄພຈົນຮອດເວລາ ພວກເຮົາທັງໝົດຈະລ້ວນແຕ່ມີຄວາມປອດໄພ”

        ໃນອາທິດກ່ອນ, WHO ໄດ້ກ່າວເຕືອນໄລຍະໃໝ່ແລະ ຄວາມອັນຕະລາຍຂອງ ໂລກລະບາດ Covid – 19 ໃນສະພາບການທີ່ຫຼາຍປະເທດໄດ້ມີການຜ່ອນຜັນບັນດາມາດຕະການປິດເມືອງໂດຍໄວ ໂດຍບໍ່ຫົວຊາຕໍ່ການແຜ່ລະບາດຂອງໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ