ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ

(VOVWORLD) -ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ທ່ານໂດ້ຕ້ຽນຊີ້ ຢືນຢັນວ່າ: ການຮ່ວມມືໃນຂົງເຂດສື່ມວນຊົນ ຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ -  ກຳປູເຈຍ
ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ - ảnh 1ທ່ານໂດ້ຕ້ຽນຊີ້ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ແລະທ່ານເອກອັກຄະລັດຖະທູດກຳປູເຈຍປະຈຳຫວຽດນາມ ໃຈນະວຸດ

    ຕອນບ່າຍວັນທີ 21 ມິຖຸນານີ້, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກກຳປູເຈຍປະຈຳຫວຽດນາມ ໃຈນະວຸດ ທີ່ສູນກະຈາຍສຽງແຫ່ງຊາດຢູ່ເຮືອນເລກທີ 58 ຖະໜົນກວານຊື, ຮ່າໂນ້ຍ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ທ່ານໂດ້ຕ້ຽນຊີ້ ຢືນຢັນວ່າ: ການຮ່ວມມືໃນຂົງເຂດສື່ມວນຊົນ ຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ -  ກຳປູເຈຍ. ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ເນັ້ນໜັກວ່າ: ໃນຖານະເປັນອົງການສື່ມວນຊົນຫຼາຍປະເພດ, ວິທະຍຸກະຈາຍສຽງ ຫວຽດນາມ ປາດຖະໜາຢາກສືບຕໍ່ເສີມຂະຫຍາຍບັນດາໝາກຜົນການຮ່ວມມືອັນດີງາມລະຫວ່າງບັນດາອົງການສື່ມວນຊົນຂອງສອງປະເທດ, ປະກອບສ່ວນຮັດແໜ້ນ ແລະ ຊຸກຍູ້ການພົວພັນຮ່ວມມືອັນດີງາມ ແລະ ສະໜິດສະໜົມລະຫວ່າງ 2 ລັດຖະບານ ແລະ ປະຊາຊົນ 2 ປະເທດ.

    ສ່ວນທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ ໃຈນະວຸດ ໃຫ້ຮູ້ວ່າ: ຍ້ອຍມີວິທະຍຸກະຈາຍສຽງ ຫວຽດນາມ, ບັນດານັກຮົບ ແລະ ປະຊາຊົນ ກຳປູເຈຍ ສາມາດເຂົ້າໃຈຫຼາຍກ່ວາເກົ່າເຖິງການຕໍ່ສູ້ ແລະ ປົດປ່ອຍ ຊາດ. ຂ້າພະເຈົ້າຢືນຢັນວ່າ VOV ໄດ້ປະກອບສ່ວນ ປົດປ່ອຍກຳປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບປົນປົດແລະ ຫຼັງຈາກນັ້ນແມ່ນພາລະກິດສ້າງສາ ແລະ  ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ