ຜູ້ອຳນວຍການໃຫຍ່VOVອວຍພອນ85ປີແຫ່ງວັນສ້າງຕັ້ງວາລະສານກອມມູນິດ

ຜູ້ອຳນວຍການໃຫຍ່VOVອວຍພອນ85ປີແຫ່ງວັນສ້າງຕັ້ງວາລະສານກອມມູນິດ - ảnh 1
(ຜູ້​ອຳນວຍ​ການ​ໃຫຍ່ VOV ອວຍພອນ
85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ວາລະສານ​​ກອມ​ມູນິດ)


​​(vovworld) - ຕອນ​ເຊົ້າ​ວັນ​ທີ 03/08, ຜູ້​ອຳນວຍ​ການ​ໃຫຍ່ວິທະຍຸ​ກະ​ຈາ​ຍສຽງ​ຫວຽດນາມ (VOV) ຫງວຽນ​ດັງ​ຕຽນ ພ້ອມ​ກັບ​ຄະນະ​ພະນັກງານ​ບັນດາ​ຫົວໜ່ວຍ​ໃນ VOV ​ໄດ້​​ໄປ​ອວຍພອນ​ການ​ນຳ, ພະນັກງານ ​ແລະ ພາລະ​ກອນວາລະສານ​ກອມ​ມູນິດ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 85 ປີ​ແຫ່ງ​ວັນ​ວາລະສານ​ ​ອອກ​ສະບັບ​ທຳ​ອິດ ​ແລະ ຮັບ​ຫຼຽນ​ໄຊ​ໂຮ່ຈິ​ມິນ ຄັ້ງ​ທີ 2. ຜູ້​ອຳນວຍ​ການ​ໃຫຍ່ VOV ຫງວຽນ​ດັງ​ຕຽນ ​ໄດ້​ອວຍພອນ​ການ​ນຳ ບັນນາ​ທິການວາລະສານ​ກ​ອມມູນິດ ສືບ​ຕໍ່​ປະຕິບັດ​ສຳ​ເລັດໜ​້າທີ່​​ເຊິ່ງ​ພັກ, ລັດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້​, ສ້າງ​ການ​ພົວພັນ​ລະຫວ່າງ​ວາລະສານ​ກອມ​ມູນິດ ​ແລະ VOV ກໍ​ຄື​ບັນດາ​ຫົວໜ່ວຍ, ກະຊວງ, ຂະ​ແໜງ​ການ ​ທ້​ອງຖິ່ນໃຫ້​ນັບ​ມື້​ນັບ​ສະ​ໜິດຕິດ​ພັນ, ສາມັກ​ຄີ.

        ສ່ວນ​ທ່ານ​ຮອງ​ສາດສະດາຈານ, ດ.ຣ ຫວູວັນ​ຟຸກ, ບັນນາທິການ​ໃຫຍ່ວາລະສານ​ກອມ​ມູນິດ ປາດ​ຖະໜາ​ວ່າ, VOV ​ແລະ ວາລະສານ​ກອມ​ມູນິດ ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ ​ເພື່ອ​​ໂຄສະ​ນາຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ເຖິງ​ປະຊາຊົນ​, ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ