ຜູ້ອຳນວຍການໃຫ່ຍວິທະ ຍຸກະຈາຍສຽງຫວຽດນາມ ໃຫ້ການຕ້ອນຮັບເອກ ອັກຄະລັດຖະທູດອິນເດຍ


 ຜູ້ອຳນວຍການໃຫ່ຍວິທະ ຍຸກະຈາຍສຽງຫວຽດນາມ ໃຫ້ການຕ້ອນຮັບເອກ ອັກຄະລັດຖະທູດອິນເດຍ - ảnh 1

(ພາບ: vov.vn )

(vovworld) –​​​​​ຕອນ​ບ່າຍ​ວັນ​ທີ 8/10, ຢູ່​ຮ່າ​ໂນ້ຍ, ທ່ານ​ຫງວຽນ​ດັງ​ຕຽນ, ຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ຫວຽດນາມ​ໃຫ້ການ​ຕ້ອນຮັບທ່ານ​ນາງ Preeti Saran ​ເອກ​ອັກຄະ​ລັດຖະທູດ​ອິນ​ເດຍປະຈຳ​ຫວຽດນາມ. ນະ​ທີ່​ນີ້, ທ່ານຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ຫວຽດນາມ ຫງວຽນ​ດັງ​ຕຽນ ​ເນັ້ນໜັກ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ​ອິນ​ເດຍ ​ໄດ້​ສ້າງ​ການ​ພົວພັນ​ນັບ​ແຕ່​ປີ 2003 ​ແຕ່​ຍັງ​ບໍ່​ທັນ​ສົມກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ຂອງ​ສອງ​ຝ່າຍ. ທ່ານຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ຫວຽດນາມ ຫງວຽນ​ດັງ​ຕຽນ ປາດ​ຖະໜາ​ວ່າ, ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ອິນ​ເດຍ ຈະ​ແມ່ນ​ຂົວ​ຕໍ່​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມືລະຫວ່າງວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ບັນດາ​ອົງການ​ສື່​ມວນ​ຊົນ​ຂອງ​ອິນ​ເດຍ, ພິ​ເສດ​ແມ່ນ​ມຸ່ງ​ໄປ​ເຖິງ​ການ​ເຊັນ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ຫວຽດນາມ ຫງວຽນ​ດັງ​ຕຽນ ​ເນັ້ນໜັກ​ວ່າ:

  “ພວກ​ຂ້າພະ​ເຈົ້າ ມີ​ຈຸດ​ສຸມ​ແມ່ນ​ການ​ກະຈາຍສຽງ ​ແລະ ​ໂທລະພາບ. ​ໃນ​ທ່າ​ອ່ຽງ​ສື່​ມວນ​ຊົນ​ຫຼາຍ​ປະ​ເພດ, ພວກຂ້າພະ​ເຈົ້າຍູ້​ແຮງ​ໂທລະພາບ 2 ຊ່ອງ​ຄື: ຊ່ອງ​ບັນ​ເທິງ ​ແລະ ຊ່ອງ​ກ່ຽວ​ກັບ​ບັນດາ​ບັນຫາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ ປຊຊ ຂັ້ນຕ່າງໆ. ສະນັ້ນ, ພວກ​ຂ້າພະ​ເຈົ້າຢາກ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ກັບ​ຫົວໜ່ວຍ​ທີ່ມີ​ທັງ​ການ​ກະຈາຍສຽງ ​ແລະ ​ໂທລະພາບ“./.

ຂ່າວ/ບົດ​ອື່ນ