ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມຕ້ອນຮັບຄະນະສະມາຄົມນັກຂ່າວກູບາ

ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມຕ້ອນຮັບຄະນະສະມາຄົມນັກຂ່າວກູບາ - ảnh 1
ການ​ເຮັດ​ວຽກ​ຂອງ 2 ຄະ​ນະ

(vovworld) - ຕອນ​ບ່າ​ຍ​ວັນ​ທີ 22/10, ຢູ່​​ສູນ​ກະ​ຈາຍ​ສຽງ​ແຫ່ງ​ຊາດ, 58 ຖະ​ໜົນ​ກວານ​ສື໋, ຮ່າ​ໂນ້ຍ, ທ່ານ ຫງວຽນ​ດັງ​ຕ໋ຽນ, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈ​າຍ​ສຽງ ຫວຽດ​ນາມ (VOV) ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ນັກ​ຂ່າວ ກູ​ບາ ​ມາ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ.

        ທີ່​ການ​ຕ້ອນ​ຮັບ, ຜູ້​ອຳ​ນວຍ​ການ​ໃຫຍ່ ຫງວຽ​ນ​ດັງ​ຕ໋ຽນ ເນັ້ນ​ໜັກ​ວ່າ: ປະ​ເທດ ຫວຽດ​ນາມ ກໍ່​ຄື​ບັນ​ດາ​ຜູ້​ເຮັດ​ວຽກ​​ງານສື່​ມວນ​ຊົນ​ຕີ​ລາ​ຄາ​ສູງ ແລະ ຍາມ​ໃດ​ກໍ່​ຈົດ​ຈຳ​​ອາ​ລົມ​ຈິດ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ, ການ​ສ​ະ​ໜັບ​ສະ​ໜູນທີ່​​ຈິງ​ໃຈ, ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ເຊິ່ງ​ປະ​ຊາ​ຊົນ ກູ​ບາ ສະ​ຫງວນ​ໃຫ້​ແກ່ ຫວຽດ​ນາມ ໃນ​ພາ​ລະ​ກິດ​ຕໍ່​ສູ້​ເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ, ເສ​ລີ​ພາບ ແລະ ເອ​ກະ​ພາບ​ຂອງ​ປະ​ເທດ​ຊາດ, ກໍ່​ຄື​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ​. ເມື່ອ​ແນະ​ນ​ຳ​ກ່ຽວ​ກັບ VOV, ຜູ້​ອຳ​ນວຍ​ການ​ໃຫຍ່ ຫງວຽນ​ດັງ​ຕ໋ຽນ ໃຫ້​ຮູ້​ວ່າ: ຜ່ານ​ໄລ​ຍະເກືອບ 70 ປີ​ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ, VOV ແມ່ນ​ອົງ​ການ​ສື່​ສານ​ໜຶ່ງ​ດຽວ​ຢູ່ ຫວຽດ​ນາມ ມີ 4 ຮູບ​ການ​ສື່​ສານ (ກະ​ຈາຍ​ສຽງ, ສື່​ເອ​ເລັກ​ໂຕ​ນິກ, ໜັງ​ສື​ພິມ,ໂທ​ລະ​ພາບ), ໃນ​ນັ້ນ​ກະ​ຈາຍສຽງ​​ເປັນ​ຕົ້ນ​ຕໍ. ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ພັດ​ທ​ະ​ນາ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, VOV ຈະ​ພັດ​ທະ​ນາ​ກາຍ​ເປັນ​ກຸ່ມ​ບໍ​ລິ​ສັດ​ສື່​ສານຫຼາຍ​ຮູບ​ແບບ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ມະ​ຫາ​ຊົນ.

        ສ່ວນ​ທ່ານ​ນາງ Barbara Virginia Doval Martinez, ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ ກູ​ບາ ປາດ​ຖາ​ໜາ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເມື່ອ​ສະ​ມາ​ຄົມ​ນັກ​ຂ່າວ ກູ​ບາ ແລະ ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມືນຳ​ກັນ, ສະ​ມາ​ຄົມ​ນັກ​ຂ່າວ ແລະ ອົງ​ການ​ສື່​ມວນ​ຊົນຂອງ 2 ປະ​ເທດ​ຈະ​ຮັດ​ແໜ້ນ​ການ​ພົວ​ພັນ ແລະ ຮ່ວມ​ມື​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ