ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມຫງວຽນດັງຕ໋ຽນເຂົ້າຢ້ຽມຂ່ຳນັບນາຍົກລັດຖະມົນຕີກຳປູເຈຍHunSen

ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມຫງວຽນດັງຕ໋ຽນເຂົ້າຢ້ຽມຂ່ຳນັບນາຍົກລັດຖະມົນຕີກຳປູເຈຍHunSen - ảnh 1
ທ່ານ ຫງວຽນ​ດັງ​ຕ໋ຽນ ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​
ຫວຽດນາມ ​ເຂົ້າ​ຢ້ຽມ​ຂ່ຳ​ນັບທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hun Sen

(vovworld) - ​ ວັນ​ທີ 14/8 ຢູ່​ຫໍ​ສັນ​ຕິ​ພາບ (ສຳນັກງານ​ລັດຖະບານ) ນະຄອນ​ຫລວງ ພະນົມ​ເປັນ, ທ່ານ ຫງວຽນ​ດັງ​ຕ໋ຽນ ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ ຫວຽດນາມ ​ເຂົ້າ​ຢ້ຽມ​ຂ່ຳນັບ ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hun Sen. ນະ​ທີ່​ນີ້ ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hun Sen ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ, ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ ​ແລ​ະ ປະຊາຊົນ ຫວຽດນາມ ສະຫງວນ​ໃຫ້​ປະຊາຊົນ ກຳປູ​ເຈຍ ​ເວົ້າ​ລວມກໍ​ຄື​ຂະ​ແໜງ​ກະຈາຍສຽງ​, ​ໂທລະພາບ​ເວົ້າ​ສະ​ເພາະ. ທ່ານ​ນາຍົກລັດຖະມົນຕີ Hun Sen ຢືນຢັນ​ວ່າ: ຍ້ອນ​ມີ​ການ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ ຫວຽດນາມ ກໍ​ຄື​ວິທະຍຸ​ກະຈາຍສຽງ ຫວຽດນາມ, ກຳປູ​ເຈຍ​ ໄດ້ພັດທະນາ​​ຕາໜ່າງກະຈາຍສຽງ​ໃນ​ທົ່ວ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ Hun Sen ສະ​ເໜີ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ 2 ປະ​ເທດ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ແຜນການ​ດັດ​ປັບ, ​ແບ່ງ​ກຳນົດ​ຄວາມ​ຖີ່ອອກ​ອາກາດ​ຢູ່​ເຂດ​ຊາຍ​ແດນ ​ເພື່ອ​ຫລີກ​ລ້ຽງ​ສະພາບ​ກ້າວ​ກາຍ​ກັນ.

 

ຂ່າວ/ບົດ​ອື່ນ