ຜູ້​ອຳ​ນວຍ​ການ​ໃຫຍ່​ສູນ​ມໍ​ລະ​ດົກ​ໂລກ UNESCO: ຫວຽດ​ນາມ ແມ່ນ​ຮູບ​ແບບ​ກ່ຽວ​ກັບ​ການ​ອະ​ນຸ​ລັກ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ

(VOVWORLD) -ທ່ານລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ ບັນດາມໍລະດົກໂລກຢູ່ ຫວຽດນາມ ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ງໜ້າທີ່ສຸດໃຫ້ແກ່ການຍົກສູງ ຊີວິດການເປັນຢູ່ຂອງປະຊາຄົມທ້ອງຖິ່ນ ທີ່ມີມໍລະດົກເວົ້າສະເພາະ, ກໍ່ຄືການພັດທະນາເສດຖະກິດ - ສັງຄົມຂອງປະເທດແບບຍືນຍົງ ເວົ້າລວມ.
ຜູ້​ອຳ​ນວຍ​ການ​ໃຫຍ່​ສູນ​ມໍ​ລະ​ດົກ​ໂລກ UNESCO: ຫວຽດ​ນາມ ແມ່ນ​ຮູບ​ແບບ​ກ່ຽວ​ກັບ​ການ​ອະ​ນຸ​ລັກ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ - ảnh 1ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານ Lazare Eloundou Assomo, ຜູ້ອຳນວຍການສູນມໍລະດົກໂລກ (ພາບ: ກະຊວງການຕ່າງປະເທດ)

ຕອນບ່າຍວັນທີ 27 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Lazare Eloundou Assomo, ຜູ້ອຳນວຍການສູນມໍລະດົກໂລກ ຂຶ້ນກັບອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO), ທີ່ພວມມີການຢ້ຽມຢາມຢູ່ ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ UNESCO, ປະກອບສ່ວນໃຫ້ແກ່ບັນດາກົນໄກສຳຄັນຂອງອົງການເຊິ່ງປັດຈຸບັນ ຫວຽດນາມ ແມ່ນສະມາຊິກ. ທ່ານລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ ບັນດາມໍລະດົກໂລກຢູ່ ຫວຽດນາມ ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ງໜ້າທີ່ສຸດໃຫ້ແກ່ການຍົກສູງ ຊີວິດການເປັນຢູ່ຂອງປະຊາຄົມທ້ອງຖິ່ນ ທີ່ມີມໍລະດົກເວົ້າສະເພາະ, ກໍ່ຄືການພັດທະນາເສດຖະກິດ - ສັງຄົມຂອງປະເທດແບບຍືນຍົງ ເວົ້າລວມ.

 ສ່ວນທ່ານ Lazare Eloundou Assomo ເນັ້ນໜັກວ່າ ຫວຽດນາມ ແມ່ນແບບຢ່າງກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ, ທ່ານກໍ່ຫວັງວ່າ ດ້ວຍປະສົບການຂອງຕົນ ຫວຽດນາມ ຈະແບ່ງປັນກັບບັນດາປະເທດສະມາຊິກ. ທ່ານ Lazare Eloundou Assomo ຢັ້ງຢືນວ່າ ສູນມໍລະດົກໂລກຍາມໃດກໍ່ຮ່ວມເດີນທາງ ແລະ ໜູນຊ່ວຍຫວຽດນາມ ໃນການອະນຸລັກຮັກສາ, ເສີມຂະຫຍາຍບັນດາມໍລະດົກໂລກຢ່າງສຸດຂີດ 

ຕອບກັບ

ຂ່າວ/ບົດ​ອື່ນ