ຜູ້ອຳນວຍການໃຫຍ່ອົງການ IAEA ກະກຽມຢ້ຽມຢາມ ລັດເຊຍ

(VOVWORLD) - ການຢ້ຽມຢາມຂອງຜູ້ນຳອົງການພະລັງງານປະລະມານູສາກົນຈະສຸມໃສ່ການສ້າງເຂດປອດໄພຢູ່ອ້ອມແອ້ມໂຮງງານໄຟຟ້ານິວເຄຼຍ Zaporizhzhia ຂອງຢູແກຼນ
ຜູ້ອຳນວຍການໃຫຍ່ອົງການ IAEA ກະກຽມຢ້ຽມຢາມ ລັດເຊຍ	 - ảnh 1ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ IAEA
(ພາບ:AP)

ວັນທີ 6 ກຸມພາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ໃຫ້ຮູ້ວ່າ: ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ຈະໄປຢ້ຽມຢາມ ມົດສະກູ ໃນອາທິດນີ້. ການຢ້ຽມຢາມຂອງຜູ້ນຳອົງການພະລັງງານປະລະມານູສາກົນຈະສຸມໃສ່ການສ້າງເຂດປອດໄພຢູ່ອ້ອມແອ້ມໂຮງງານໄຟຟ້ານິວເຄຼຍ Zaporizhzhia ຂອງຢູແກຼນ. ທ່ານ Sergei Ryabkov ເນັ້ນໜັກວ່າ: ລັດເຊຍ ພວມລໍຄອຍການປຶກສາຫາລືທີ່ເປັນມີອາຊີບ.

        ແລະກໍ່ໃນວັນດຽວກັນ, ວັງ Kremlin ໃຫ້ຮູ້ວ່າ: ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ IAEA ຈະບໍ່ພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຢ້ຽມຢາມ ລັດເຊຍ. ຕາມທ່ານ Dmitry Peskov, ໂຄສົກຂອງວັງ Kremlin ແລ້ວ, ບໍ່ໄດ້ຂຶ້ນແຜນສຳລັບການພົບປະກັບຜູ້ອຳນວຍການໃຫຍ່ ອົງການ IAEA Rafael Grossi ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນອາທິດນີ້. ທ່ານ Grossi ຈະພົບປະກັບບັນດາເຈົ້າໜ້າທີ່ຂອງບໍລິສັດພະລັງງານນິວເຄຼຍ ແຫ່ງລັດ ລັດເຊຍ Rosatom ແລະ ກະຊວງການຕ່າງປະເທດ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ