ຜູ້ຮັກສາການປະທານປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 1983 ປີແຫ່ງວັນລຸກຮືຂຶ້ນ ຮາຍບ່າຈຶງ

(VOVWORLD) - ທ່ານນາງຜູ້ຮັກສາການປະທານປະເທດ ຫວໍທິແອັງຊວນ ເນັ້ນໜັກວ່າ: ການລຸກຮືຂຶ້ນ ຮາຍບ່າຈຶງ ມີຄວາມໝາຍສຳຄັນຢ່າງໃຫຍ່ຫຼວງ, ໄດ້ສ້າງມໍລະດົກທາງດ້ານຈິດໃຈທີ່ມີຄ່າທີ່ສຸດໄວ້ໃຫ້ຊາດ ຫວຽດນາມ; ນັ້ນແມ່ນເມື່ອຊົນຊາດໄດ້ສາມັກຄີເປັນເອກະພາບ...
ຜູ້ຮັກສາການປະທານປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 1983 ປີແຫ່ງວັນລຸກຮືຂຶ້ນ ຮາຍບ່າຈຶງ - ảnh 1ທ່ານນາງ ຫວໍທິແອັງຊວນ, ຜູ້ຮັກສາການປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 1983 ປີແຫ່ງວັນລຸກຮືຂຶ້ນ ຮາຍບ່າຈຶງ
(ພາບ: VOV)

ຕອນເຊົ້າວັນທີ 27 ມັງກອນ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ວິຫານ ຮາຍບ່າຈຶງ, ເມືອງ ເມລີງ, ນະຄອນຮ່າໂນ້ຍ, ທ່ານນາງ ຫວໍທິແອັງຊວນ, ຜູ້ຮັກສາການປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 1983 ປີແຫ່ງວັນລຸກຮືຂຶ້ນ ຮາຍບ່າຈຶງ ແລະ ໄຂງານບຸນວິຫານ ຮາຍບ່າຈຶງ ລະດູບານໃໝ່ປີແມວ 2023.

        ກ່າວຄຳເຫັນທີ່ພິທີ, ທ່ານນາງຜູ້ຮັກສາການປະທານປະເທດ ຫວໍທິແອັງຊວນ ເນັ້ນໜັກວ່າ: ການລຸກຮືຂຶ້ນ ຮາຍບ່າຈຶງ ມີຄວາມໝາຍສຳຄັນຢ່າງໃຫຍ່ຫຼວງ, ໄດ້ສ້າງມໍລະດົກທາງດ້ານຈິດໃຈທີ່ມີຄ່າທີ່ສຸດໄວ້ໃຫ້ຊາດ ຫວຽດນາມ; ນັ້ນແມ່ນເມື່ອຊົນຊາດໄດ້ສາມັກຄີເປັນເອກະພາບ, ລຸກຂຶ້ນ ຕັດສິນໃຈຕໍ່ສູ້ເພື່ອຍາດເອົາເອກະລາດ, ເອກະພາບມາໃຫ້ປະເທດຊາດນັ້ນ ແມ່ນບໍ່ມີກຳລັງໃດສາມາດເອົາຊະນະໄດ້. ທ່ານນາງ ຫວໍທິແອັງຊວນ ກ່າວວ່າ:

        “ການຈັດພິທີສະເຫຼີມສະຫຼອງ 1983 ປີແຫ່ງວັນລຸກຮືຂຶ້ນ ຮາຍບ່າຈຶງ ຢ່າງສົມກຽດແມ່ນໂອກາດຫວນຄືນມູນເຊື້ອທີ່ສະຫງ່າລາສີຂອງຊາດ, ສະແດງຄວາມຮູ້ບຸນຄຸນຕໍ່ ຮາຍບ່າຈຶງ ແລະ ບັນພະບຸລຸດ, ພ້ອມທັງປຸກລຸກຄວາມຄາດຫວັງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ຜາສຸກ; ເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນ ສົມທົບກັນກຳລັງແຮງຍຸກສະໄໝ, ຍູ້ແຮງກິດຈະການປ່ຽນແປງໃໝ່, ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝຢ່າງຮອບດ້ານ ແລະ ຄົບຊຸດ”.

        ທ່ານນາງ ຜູ້ຮັກສາການປະທານປະເທດ ຫວໍທິແອັງຊວນ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ເມລີງ, ນະຄອນ ຮ່າໂນ້ຍ ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ສາມັກຄີ, ຮ່ວມແຮງຮ່ວມໃຈ ເປັນຈິດໜຶ່ງໃຈດຽວກັນ, ສູ້ຊົນປະຕິບັດທິດທາງ, ໜ້າທີ່ພັດທະນານະຄອນຫຼວງ ຮ່າໂນ້ຍ ຮອດປີ 2030, ວິໄສທັດຮອດປີ 2045 ໄດ້ຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ