ຜູ້ຮັກສາການປະທານາທິບໍດີ ສ. ເກົາຫຼີ ປະກາດບໍ່ອອກສະໝັກເລືອກຕັ້ງ

ຜູ້ຮັກສາການປະທານາທິບໍດີ ສ. ເກົາຫຼີ ປະກາດບໍ່ອອກສະໝັກເລືອກຕັ້ງ - ảnh 1
ທ່ານ Hwang Kyo – ahn, ຜູ້​ຮັກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ 
(ພາບ:EPA/TTXVN) 

(vovworld) - ​​​​​ວັນ​ທີ 15/3, ທ່ານ Hwang Kyo – ahn, ຜູ້​ຮັກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ ທັງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ. ເກົາຫຼີ ໄດ​້​ປະ​ກາດ​ວ່າ​ຕົນ​ເອງ​ຕັດ​ສິນ​ໃຈ​ບໍ່​ອອກສະ​ໝັກ​​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ເຊິ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ຕົ້ນ​ເດືອນ 5 ຈະ​ມາ​ເຖິງ. ທ່ານ Hwang Kyo – ahn ປະ​ກາດ​ຂໍ້​ຕົກ​ລົງ​ນີ້​ໃນກອງ​ປະ​ຊຸມ​​ຂອງ​ຄະ​ນະ​ລັດ​ຖະ​ບານ, ຢຸດ​ຕິຂ່າວ​ລື​ໃນຫຼາຍ​ເດືອນ​ມານີ້ ກ່ຽວ​ກັບ​ຄວາ​ມ​ສາ​ມາດ​ທ່ານ​ຈະ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ຂະ​ນະ​ທີ່​ທ່ານ​ກາຍ​ເປັນ​ຜູ້​ຮັກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ຕົ້ນ​ເດືອນ 12/2016. ການ​ນຳ ສ. ເກົາຫຼີ ຢັ້ງ​ຢືນວ່າ​ຈະ​ສຸ​ມ​ໃສ່​​ຄວາມ​ຮັບ​ຜິດ​ຊອບ​ອັນ​ໃຫຍ່ຫຼວງນັ້ນ​ແມ່ນ​ຜູ້​ຮັກ​ສາ​ການ​ປະ​ທ​ານ​າ​ທິ​ບໍ​ດີ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ​ລິ​ຫານ​ວິ​ວັດ​ການ​ເລືອກ​ຕັ້ງ​ຢ່າງ​ຍຸ​ຕິ​ທຳ ແລະ ເຂັ້ມ​ງວດ.


ຂ່າວ/ບົດ​ອື່ນ