ຜະລິດຕະພັນແຜ່ນແພ ຫວຽດນາມ ນຳເຂົ້າ ອິນໂດເນເຊຍ ໄດ້ຮັບການຍົກເວັ້ນພາສີອາກອນໃໝ່

(VOVWORLD) -  ກະຊວງການເງິນ ອິນໂດເນເຊຍ ຫາກໍ່ຕົກລົງຈັດວາງລະດັບພາສີອາກອນໃໝ່ໃນໄລຍະເວລາແຕ່ເດືອນ ພຶດສະພາ 2020 - ເດືອນພະຈິກ 2020 ເພື່ອແນໃສ່ປົກປ້ອງບັນດານັກຜະລິດທ້ອງຖິ່ນ ຕໍ່ການເພີ່ມຂຶ້ນຂອງຜະລິດຕະພັນນຳເຂົ້າແຜ່ນແພ, ເສັ້ນຝ້າຍ ແລະ ຜ້າກັ້ງ.
ຜະລິດຕະພັນແຜ່ນແພ ຫວຽດນາມ ນຳເຂົ້າ ອິນໂດເນເຊຍ ໄດ້ຮັບການຍົກເວັ້ນພາສີອາກອນໃໝ່ - ảnh 1(ພາບປະກອບ/TTXVN) 

ສະເພາະແຜ່ນແພຂອງ ຫວຽດນາມ ທີ່ນຳເຂົ້າ ອິນໂດເນເຊຍ ແມ່ນໄດ້ຮັບການຍົກເວັ້ນພາສີອາກອນໃໝ່. ມະຕິເລກທີ 56/2020 ຂອງກະຊວງການເງິນ ອິນໂດເນເຊຍ ແມ່ນໄດ້ກຳນົດວ່າ ລະດັບພາສີອາກອນນຳເຂົ້າເພີ່ມຂຶ້ນແມ່ນ 1.405 rupiah (0,93 USD)/kg ໃນໄລຍະເວລາແຕ່ 27 ພຶດສະພາ ຫາວັນທີ 08 ພະຈິກ 2020; 1.193 rupiah/kg ໃນໄລຍະເວລາແຕ່ວັນທີ 09 ພະຈິກ 2020 ຫາວັນທີ 08 ພະຈິກ 2021 ແລະ 979 rupiah/kg ໃນໄລຍະເວລາແຕ່ວັນທີ 09 ພະຈິກ 2021 ຫາວັນທີ 08 ພະຈິກ 2022.

ຕອບກັບ

ຂ່າວ/ບົດ​ອື່ນ