ຜູ້​ເຂົ້າ​ປະ​ກ​ວດ ຫ​ວ​ຽດ​ນາມ ໄດ້​ຮັບ​ນາມ​ມະ​ຍົດ​ນາງ​ງາມ​ໃນ​ງານ​ປະ​ກວດ​ ​ Miss Super Globe 2019

(VOVWORLD) - ນັກຮ້ອງ, ນາງແບບ ຮ່ວາງທິກີ່ຢວຽນ (ຫຼືຍັງໄດ້ເອີ້ນວ່າ Bon Nabi)ຜູ້ມີຄວາມໂດດເດັ່ນ ຍາດໄດ້ນາມມະຍົດນາງງາມ Miss Super Globe ປີ 2019. 
ຜູ້​ເຂົ້າ​ປະ​ກ​ວດ ຫ​ວ​ຽດ​ນາມ ໄດ້​ຮັບ​ນາມ​ມະ​ຍົດ​ນາງ​ງາມ​ໃນ​ງານ​ປະ​ກວດ​ ​ Miss Super Globe 2019 - ảnh 1ນາງ ຮ່ວາງທິກີ່ຢວຽນ, ເກີດປີ 1995 ຢູ່ ນະຄອນ ໂຮ່ຈີມິນ, ຍາດໄດ້ນາມມະຍົດນາງງາມ Miss Super Globe 2019

ວັນທີ 18 ຕຸລາ 2019 ຢູ່ ໂຮງແຮມ Marriott Dubai, ສະຫະລັດ ອາຣັບ ເອມີເລດ (UAE) ໄດ້ດຳເນີນງານປະກວດ Miss Super Globe 2019 ຮອບຊີງຊະນະເລີດ ໂດຍມີການເຂົ້າຮ່ວມຂອງ ຜູ້ເຂົ້າປະກວດຫຼາຍຄົນທີ່ມາຈາກຫຼາຍປະເທດ.

        ໃນຄ່ຳຄືນປະກວດນາງງາມຮອບຊີງຊະນະເລີດ, ບັນດາຜູ້ເຂົ້າປະກວດ ໄດ້ຜ່ານການປະກວດ 3 ພາກຄື: ການສະແດງໃນຊຸດລາຕີ, ຊຸດປະຈຳຊາດຂອງ ແຕ່ລະປະເທດ ແລະ ການຕອບຖາມສຳລັບ ຜູ້ເຂົ້າປະກວດ 10 ຄົນທີ່ມີຄະແນນສູງສຸດ. ຜົນຂອງງານປະກວດ, ຜູ້ເຂົ້າປະກວດທີ່ມີຈາກ ຫວຽດນາມ, ນາງ ຮ່ວາງທິກີ່ຢວຽນ, ເກີດປີ 1995 ຢູ່ ນະຄອນ ໂຮ່ຈີມິນ, ຍາດໄດ້ນາມມະຍົດນາງງາມ Miss Super Globe 2019.

        ງານປະກວດ Miss Super Globe 2019 ແມ່ນງານປະກວດນາງງາມສາກົນເຊິ່ງໄດ້ຮັບການຈັດຕັ້ງປະຈຳທຸກປີ. ບັນດານາງສາວ ຂອງ ຫວຽດນາມ ກໍ່ ບັນລຸໄດ້ຜົນສຳເລັດ ຢູ່ງານປະກວດນີ້ຄື: ດີງງອກບ໋າວເຈົາ, Stella ດ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ