ຜູ້ເສຍຊີວິດໃນເຫດບຸກໂຈມຕີຢູ່Istanbulສ່ວນຫຼາຍແມ່ນພົນລະເມືອງ ອິດສະຣາແອນ

ຜູ້ເສຍຊີວິດໃນເຫດບຸກໂຈມຕີຢູ່Istanbulສ່ວນຫຼາຍແມ່ນພົນລະເມືອງ   ອິດສະຣາແອນ - ảnh 1
ສະຖານທີ່ເກີດເຫດ
(ພາບ: AFP/ TTXVN)

(vovworld) –  ວັນທີ 19/3, ສ່ືມວນຊົນ ຕວກກີ ໄດ້ໃຫ້ຂ່າວວ່າ: ໃນຈຳນວນ 4 ຄົນເສຍຊີວິດໃນເຫດວາງລະເບີດສະຫຼະຊີບທີ່ເກີດຂຶ້ນໃນວັນດຽວກັນຢູ່ນະຄອນ Istanbul ມີຊາວອິດສະຣາແອນ 3 ຄົນ ແລະ ອີກຄົນໜຶ່ງແມ່ນຊາວ ອີຣານ. ເຖິງຢ່າງໃດກໍ່ຕາມ, ໃນວັນດຽວກັນທ່ານ Benjamin Netanyahu, ນາຍົກລັດຖະມົນຕີ ອິດສະຣາແອນ ໃຫ້ຮູ້ວ່າ: ທ່ານບໍ່ເຫັນສັນຍານ​ໃດໆ​ກ່ຽວ​ກັບເຫດວາງລະເບີດສະຫຼະຊີບຢູ່ Istanbul ​ແມ່ນເລັ່ງໃສ່ຊາວ ອິດສະຣາແອນ ຍ້ອນວ່າແຕ່ລະປີມີປະຊາຊົນ ອິດສະຣາແອນ ນັບພັນຄົນໄປທ່ອງທ່ຽວຢູ່ ຕວກກີ. ປະຈຸບັນ, ອິດສະຣາແອນ ໄດ້ສົ່ງເຮືອບິນ 2 ລຳໄປຍັງ ຕວກກີ ເພື່ອສົ່ງພົນລະເມືອງຖືກບາດເຈັບຂອງປະເທດຕົນກັບເມືອປະເທດ. ໃນຈຳນວນບັນດາຜູ້ຖືກບາດເຈັບ, ຢ່າງໜ້ອຍສຸດມີ 11 ຄົນຖືສັນຊາດ ອິດສະຣາແອນ ນັບທັງ 2 ຄົນພວມຢູ່ໃນອາການ​ອັນຕະລາຍ. ໃນຂະນະນັ້ນ, ທຳນຽບຂາວ ຖືວ່າ: ມີພົນລະເມືອງ ອາເມລິກາ 2 ຄົນເສຍຊີວິດໃນເຫດວາງລະເບີດສະຫຼະຊີບຢູ່ Istanbul.


ຂ່າວ/ບົດ​ອື່ນ