ຜູ້ແຫ່ຂະບວນປະທ້ວງໄທປິດລ້ອມສຳນັກງານລັດຖະບານ

ຜູ້ແຫ່ຂະບວນປະທ້ວງໄທປິດລ້ອມສຳນັກງານລັດຖະບານ - ảnh 1
ຜູ້​ແຫ່​ຂະ​ບວນປະ​ທ້ວງ ປິດ​ລ້ອມ​ສຳນັກງານ​ລັດຖະບານ
(ພາບປະກອບ: AFP)


(vovworld) - ຕອນ​ເຊົ້າ​ວັນ​ທີ 17/02, ຫົວໜ້າ​ຄະນະ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ໄທ ສຸ​ເທບ ​ເທືອ​ກສຸບັນ ​ໄດ້​ນຳ​ໜ້າ​ຄະນະ​ແຫ່​ຂະ​ບວນປະ​ທ້ວງ​ປິດ​ລ້ອມ​ສຳນັກງານ​ລັດຖະບານ ຢູ່​ນະຄອນຫຼວງ​ບາງ​ກອກ ​ເພື່ອ​ແນ​ໃສ່​ກີດຂວາງ​ທ່ານ​ນາງນາຍົກລັດຖະມົນຕີ​ຊົ່ວຄາວ ຍິງຣັກ ຊິນນະ​ວັດ ​ແລະ ບັນດາ​ສະມາຊິກໃນຄະນະ​ລັດຖະບານ​ກັບ​ຄືນ​ເຮັດ​ວຽກ​ຢູ່​ຫ້ອງການ. ຕາມ​ການ​ຄາດ​ຄະ​ເນ, ມີ​ຈຳນວນ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ທີ່​ປິດ​ລ້ອມ​ສຳນັກງານ​ລັດຖະບານ​ໄດ້ຂຶ້ນ​ເຖິງ 10.000 ຄົນ. ​ໃນຂະນະ​ນັ້ນ, ຫົວໜ້າ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ໄທ ພະຣາດອນ ພັດທະນະຖາບຸດ ໄດ້​ຊີ້​ນຳ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຕັ້ງ​ທັບ​ຢູ່​ພາຍ​ໃນ​ສຳນັກງານ​ລັດຖະບານ ຫຼີກ​ເວັ້ນບັນດາ​ການ​ເຄື່ອນ​ໄຫວ​ປະ​ເຊີນ​ໜ້າ​ກັບ​ຜູ້​ແຫ່​ຂະ​ບວນປະ​ທ້ວງ. ​ໃນ​ຂະນະ​ນັ້ນ, ວັນ​ທີ​ 17/02, ຕຳຫຼວດ​ໄດ້ຮັບການ​ຜັນ​ຂະຫຍາຍ​ເພື່ອ​ຄວບຄຸມ 5 ສະຖານ​ທີ່​ຖືກ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ປິດລ້ອມຢູ່​ນະຄອນຫຼວງ​ບາງ​ກອກ, ​ໃນ​ນັ້ນ​ມີ​ເຂດ​ໜຶ່ງ​ໃກ້​ກັບສຳນັກງານ​ລັດຖະບານ. ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ນຳ​ໃຊ້​ປືນ ​ເພື່ອ​ປ້ອງ​ກັນ​ຕົວ​ໃນ​ກໍລະ​ນີ​ຜູ້​ແຫ່​ຂະ​ບວນປະ​ທ້ວງຕ້ານຄືນດ້ວຍກຳລັງ​ອາວຸດ​.

ຂ່າວ/ບົດ​ອື່ນ