ຜູ້ແແຫ່ຂະບວນປະທ້ວງ ໄທບໍ່ມີແຜນປິດລ້ອມ ສະໜາມບິນແຫ່ງຕ່າງໆ


ຜູ້ແແຫ່ຂະບວນປະທ້ວງ ໄທບໍ່ມີແຜນປິດລ້ອມ ສະໜາມບິນແຫ່ງຕ່າງໆ - ảnh 1

ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ບາງກອກ

(ພາບ: THX-TTXVN)

 (vovworld)- ​ ​ ວັນ​ທີ 3/1, ຂະ​ບວນການ​ປະ​ທ້ວງ​ຕ້ານ​ລັດຖະບານ​ໄທ ​ໄດ້​ຮັບປະກັນ​ຕໍ່​ນັກ​ທ່ອງ​ທ່ຽວ​ວ່າ ​ເຂົາ​ເຈົ້າຈະ​ບໍ່​ປິດ​ລ້ອມ​ສະໜາມ​ບິນ​ແຫ່ງ​ຕ່າງໆ ​ແລະ ພາຫະນະ​ຄົມມະນາຄົມ​ສາທາລະນະ​ຂອງ​ປະ​ເທດ​ນີ້ ​ໃນ​ແຜນການ “ປິດ​ປະຕູ​ບາງກອກ“ ​ໃນ​ວັນ​ທີ 13/1 ຈະ​ມາ​ເຖິງ. ຂະ​ບວນການ​ປະ​ທ້ວງ​ຕ້ານ​ລັດຖະບານ​ໄທ ຊີ້​​ແຈ້ງວ່າ: ​ແຜນການ​ຍຶດຄອງ​ບາງກອກ ​ໃນ​ວັນ​ທີ 13/1 ຈະ​ບໍ່​ລວມມີ​ການ​ປິດ​ລ້ອມ ສະໜາມ​ບິນ​ແຫ່ງ​ຕ່າງໆ ຫລື​ບໍ່ເຮັດ​ໃຫ້​​ການ​ບໍລິການ​ຂົນ​ສົ່ງ​ສາທາລະນະ​ໃດຖືກ​ຢຸດ​ສະ​ງັກ. ຂະ​ບວນການ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ຈຸດໝາຍ​ຂອງ​ການແຫ່​ຂະ​ບວນປະ​ທ້ວງ​ພຽງ​ແຕ່​ແນ​ໃສ່​ກີດຂວາງ​ບັນດາ​ເຈົ້າໜ້າ​ທີ່​ອຳນາດ​ການ​ປົກຄອງ​ໄປ​ສຳນັກງານ​ເຮັດ​ວຽກ, ຕັດ​ໄຟ ​ແລະ ນ້ຳ​​ຢູ່​ບັນດາ​ຫ້ອງການ​ລັດ​ຖະບານ, ສຳນັກງານ​ນາຍົກລັດຖະມົນຕີ ​ແລະ ​ເຮືອນ​ສ່ວນ​ຕົວ​ຂອງ​ບັນດາ​ສະມາຊິກ​ລັດຖະບານ​ເທົ່າ​ນັ້ນ. ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຍັງ​ຈະ​ມີ​ແຜນການ​ລາດ​ຕາ​ເວນ​ຢູ່​ບາງ​ແຫ່ງ​ທີ່​ນະຄອນຫຼວງ​ບາງກອກ​ນັບ​ແຕ່​ວັນ​ທີ 5/1 ​ເປັນຕົ້ນ​ໄປ ຊື່​ງ​ແມ່ນ​ຈຸ​ດເວລາ​ທີ່​ພັກ​ເພື່ອ​ໄທ ກຳ​ອຳນາດ​ເລີ່​ມບັ້ນອອກ​ຫາ​ສຽງ​ເລືອກ​ຕັ້ງ. ບັນດາ​ຜູ້​ເສື້ອ​ແດງ​ສະໜັບສະໜູນ​ລັດຖະບານ​ກໍ່​ມີ​ແຜນການ​ເຕົ້າ​ໂຮມ​ກັນ​ໃນ​ວັນ​ທີ 13/1, ​ເປັນຕົ້ນ​ແມ່ນ​ຢູ່​ບັນດາ​ເຂດ​ພາກ​ເໜື​ອ ​ເພື່ອ​ແນ​ໃສ່​ຄັດຄ້ານ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆ​ຢູ່​ບາງກອກ./.

ຂ່າວ/ບົດ​ອື່ນ